ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຊີ້​ນໍາ​ວຽກງານ​​ແກ້​ໄຂ​ຜົນຮ້າຍ​ຢ້ອນຫຼັງຈາກ​​ເຫດ​​ແຜ່​ນດິນ​ໄຫວ ຢູ່ ​ເມື່ອ​ງ​ແຕ່, ​ລາຍ​ເຈົາ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ  ຫງວຽນຊວັນຟຸກ ໄດ້ສົ່ງຄໍາຢື້ຢາມຖາມຂ່າວເຖິງອໍານາດການປົກຄອງ ແລະ ບັນດາຄອບຄົວປະຊາຊົນທີ່ຖືກຜົນທະທ້ອນ,ໂດຍສະເພາະແມ່ນບັນດາຄອບຄົວທ່ີ່ມີເດັກນ້ອຍຖືກບາດເຈັບ.
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຊີ້​ນໍາ​ວຽກງານ​​ແກ້​ໄຂ​ຜົນຮ້າຍ​ຢ້ອນຫຼັງຈາກ​​ເຫດ​​ແຜ່​ນດິນ​ໄຫວ ຢູ່ ​ເມື່ອ​ງ​ແຕ່, ​ລາຍ​ເຈົາ - ảnh 1 ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ຄະນະກໍາມະການປະຊາຊົນແຂວງ ລາຍເຈົາ ຈົ່ງໄປຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ, ໜູນຊ່ວຍບັນດາຄອບຄົວທີ່ຖືກຜົນເສຍຫາຍ ແລະ ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວດັ່ງກ່າວ (ພາບ: VOV)

ຝົນຕົກໜັກໃນຊຸມວັນຜ່ານມາ ແລະ ເຫດແຜ່ນດິນໄຫວທີ່ເກີດຂຶ້ນຢູ່ເມືອງ ເມື່ອງແຕ່ ໃນວັນທີ 16 ມິຖຸນາ, ໄດ້ເຮັດໃຫ້ນັກຮຽນອະນຸບານ 4 ຄົນຖືກຮັບບາດເຈັບ ກໍຄືກໍ່ຜົນເສຍຫາຍທາງດ້ານຊັບສິນຂອງລັດ ແລະ ປະຊາຊົນ, ລວມມູນຄ່າເສຍຫາຍແມ່ນກວ່າ 3 ຕື້ດົ່ງ. ກ່ຽວກັບຂົງເຂດກະສິກໍາ, ໃນທົ່ວແຂວງລາຍເຈົາມີເນື້ອທີ່ນາ 1,8 ເຮັກຕາ ແລະ ຕົ້ນໄມ້ກິນໝາກກວ່າ 300 ໂຕ້ນ ຖືກເສຍຫາຍ.

        ວັນທີ 17 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ  ຫງວຽນຊວັນຟຸກ ໄດ້ສົ່ງຄໍາຢື້ຢາມຖາມຂ່າວເຖິງອໍານາດການປົກຄອງ ແລະ ບັນດາຄອບຄົວປະຊາຊົນທີ່ຖືກຜົນທະສ້ອນ,ໂດຍສະເພາະແມ່ນບັນດາຄອບຄົວທ່ີ່ມີເດັກນ້ອຍຖືກບາດເຈັບ. ກ່ຽວກັບວຽກງານໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ຄະນະກໍາມະການປະຊາຊົນແຂວງ ລາຍເຈົາ ຈົ່ງໄປຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ, ໜູນຊ່ວຍບັນດາຄອບຄົວທີ່ຖືກຜົນເສຍຫາຍ ແລະ ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວດັ່ງກ່າວ; ແນະນໍາກ່ຽວກັບທັກສະຮັບມືຢ່າງທັນການ, ສ້າງຄວາມອຸ່ນອຽນໃຈໃຫ້ແກ່ປະຊາຊົນ. ພ້ອມກັນນັ້ນ, ທາງແຂວງຕ້ອງກວດກາບັນດາກິດຈະກໍາພື້ນຖານໂຄງລ່າງທີ່ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວ, ຄົ້ນພົບ ແລະ ແກ້ໄຂເຫດຕິດຂັດເປເພຢ່າງທັນການ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ກິດຈະກໍາເຫຼົ່ານັ້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ