ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຮັດວຽກກັບການນໍາແຂວງເທື່ອທຽນ - ເຫວ້

(VOVWORLD) -    “ເທື່ອທຽນ - ເຫວ້ ຕ້ອງມີຄວາມມຸ່ງປາດຖະໜາ, ໃຝ່ຝັນ ແລະ ມີແນວຄວາມຄິດໃໝ່ໃນການພັດທະນາເສດຖະກິດ-ສັງຄົມ”
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຮັດວຽກກັບການນໍາແຂວງເທື່ອທຽນ - ເຫວ້ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ທີ່ການເຮັດວຽກກັບການນໍາແຂວງເທື່ອທຽນ - ເຫວ້ (ພາບ:chinhphu.vn)

  “ເທື່ອທຽນ - ເຫວ້ ຕ້ອງມີຄວາມມຸ່ງປາດຖະໜາ, ໃຝ່ຝັນ ແລະ ມີແນວຄວາມຄິດໃໝ່ໃນການພັດທະນາເສດຖະກິດ-ສັງຄົມ”. ນີີ້ແມ່ນຄໍາສະເໜີຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ທີ່ການເຮັດວຽກກັບການນໍາແຂວງເທື່ອທຽນເຫວ້ ໃນຕອນຄໍ່າວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ. ເມື່ອເຕື້ອງເຖິງການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະ 6 ເດືອນຕົ້ນປີ 2019, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາວ່າ ແຂວງເທື່ອທຽນ-ເຫວ້ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ ດ້ວຍລະດັບການພັດທະນາຢ່າງຮອບດ້ານໃນຫຼາຍປີຜ່ານມາ; ເຖິງຢ່າງໃດກໍຕາມ, ທາງແຂວງຍັງບໍ່ທັນຊອກຫາກໍາລັງໜູນຂອງການເຕີບໂຕໃໝ່ໄດ້ເທື່ອ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ເຫວ້ແມ່ນໜຶ່ງໃນບັນດາສູນພູມປັນຍາຂອງ ຫວຽດນາມ ສະນັ້ນ ໃນໄລຍະຍາວ ທາງແຂວງຄວນເອົາພູມປັນຍານັ້ນ ເພື່ອສ້າງຄວາມພັດທະນາໃຫ້ແກ່ແຂວງຂອງຕົນ. ທາງແຂວງຄວນພະຍາຍາມເພື່ອໃຫ້ກາຍເປັນສູນກາງວັດທະນະທໍາ, ການສຶກສາ, ສາທາລະນະສຸກລົງເລິກຂະແໜງ. ສ່ວນຮູບແບບການເຕີບໂຕຄວນເສີມຂະຫຍາຍບັນດາທ່າແຮງຂອງທ້ອງຖິ່່ນໃຫ້ດີທີ່ສຸດ ແລະ ຮ່ວມສໍາພັນກັບບັນດາແຂວງໃນເຂດພາກ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ວິໄສທັດພັດທະນາຂອງເທື່ອທຽນ - ເຫວ້ ຕ້ອງແມ່ນໄລຍະຍາວ ນັບທັງການພັດທະນາຕົວເມືອງ.

        ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຫັນດີຕໍ່ຫຼັກການທີ່ວ່າ ສູນກາງຈະໜູນຊ່ວຍງົບປະມານສ່ວນໃດສ່ວນໜຶ່ງ ເພື່ອໃຫ້ແຂວງເທື່ອທຽນ - ເຫວ້ ປະຕິບັດບັນດາໂຄງການຍົກຍ້າຍພົນລະເມືອງ, ບຸກເບີກໜ້າພຽງຢູ່ເຂດ 1 ເຂດປູຊະນີຍະສະຖານປະຫວັດສາດ ກຸງເກົ່າເຫວ້.

ຕອບກັບ

ຂ່າວ/ບົດ​ອື່ນ