ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີ້ນຢຸ້ງລົງເຮັດວຽກຢູ່ແຂວງ ກວາງຫງ້າຍ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ
ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງກວາງຫງ້າຍ
|
(Vovworld)- ຕອນບ່າຍວັນທີ 13/9, ທີ່ນະຄອນກວາງຫງ້າຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນເຕີ້ນຢຸງ ພ້ອມກັບການນຳ ບາງກະຊວງ, ຂະແໜງການ ຂັ້ນສູນກາງໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງກວາງຫງ້າຍກ່ຽວກັບສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີ້ນຢຸງ ໄດ້ຊົມເຊີຍ, ຕີລາຄາສູງ ຄວາມມານະພະຍາຍາມ ແລະ ບັນດາຜົນງານໃນການ ພັດທະນາເສດຖະກິດ-ສັງຄົມຢ່າງຮອບດ້ານໃນຊຸມປີມໍ່ໆມານີ້ຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງກວາງຫງ້າຍ, ໂດຍສະເພາະແມ່ນໃນການຮັກສາລະດັບການເຕີບໂຕເສດຖະກິດສູງ,ຍູ້ແຮງການຫັນປ່ຽນໂຄງປະກອບເສດຖະກິດຕາມທິດທັນສະໄໝ, ຍົກສູງລາຍຮັບຄິດສະເລ່ຍໃສ່ຫົວຄົນ, ຊຸກຍູ້ການຜະລິດກະສີກຳ, ແກ້ໄຂວຽກເຮັດງານທຳ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ຍັງສະເໜີແຂວງກວາງຫງ້າຍ ຈົ່ງສ້າງແຜນແມ່ບົດກໍ່ສ້າງເມືອງເກາະຫຼີເຊີນໃຫ້ສົມບູນແບບເພື່ອຍື່ນສະເໜີລັດຖະບານອະນຸມັດຜ່ານ.