ທ່ານນາຍົກລັດຖະມົນຕີຫວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດສ.ເກົາຫຼີ

ທ່ານນາຍົກລັດຖະມົນຕີຫວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດສ.ເກົາຫຼີ - ảnh 1
(ທ່ານນາຍົກລັດຖະມົນຕີຫວຽນຊວນຟຸກຕ້ອນຮັບ
ລັດຖະມົນຕີກະຊວງການຕ່າງປະເທດສ.ເກົາຫຼີ)


(vovworld) - ​ຕອນ​ບ່າຍ​ວັນ​ທີ 20/03, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ.ເກົາ​ຫຼີ Yun Byung Se, ທີ່​ພວມ​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ​ໄດ້​ສະ​ເໜີ​ໃຫ້ 2 ຝ່າຍ​ຊຸກ​ຍູ​້​ບັນ​ດາ​ການ​ຢ້ຽມ​ຢາມ, ການ​ພົບ​ປະ​ຂັ້ນ​ສູງ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້າ​ນ​ການ​ເມືອງ, ເປີດກວ້າງ​ການ​ຮ່ວມ​ມື, ນຳ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ກ້າວ​ເຂົ້າ​ສ​ູ່​ລວງ​ເລິກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ້​ແຈ​້ງວ່າ, ຍາມ​ໃດ​ຫວຽດ​ນາມ ກໍ່​ຊົມ​ເຊີຍ ແລະ ພ້ອມ​ແລ​້ວ​ທີ່​ຈະ​ຮ່ວມ​ເດີນ​ທາງ​, ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິ​ດ​ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ​ສ.​ເກົ​າ​ຫຼີ ເປີດກວ້າງ​ການ​ດຳ​ເນີນ​ທຸ​ລະ​ກິດ, ທຳ​ມາ​ຫາ​ກິນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຍາວ​ນານ​ຢູ່​ຫວຽດ​ນາມ. ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ຝ່າຍ​ສ.ເກົາ​ຫຼີ ຜັນ​ຂະ​ຫຍາຍ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - ສ.ເກົາ​ຫຼີ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັກ​ສາ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ພັດ​ທະ​ນາ​​ແບບ​ຍືນ​ຍົງ, ສ​ູ້​ຊົນ​ບັນ​ລຸ​ຄາດ​ໝາຍ 70 ຕື້ USD ຫຼື ສ​ູງກວ່າ​ແມ່ນ 100 ຕື້ USD ໃນ​ປີ 2020. ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີກໍ່​ສະ​ເໜີ​ ສ.ເກ​ົ​າ​ຫຼີ ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ບັນ​ດາ​​ປະ​ເພດສິນ​ຄ້າ, ຜະ​ລິດ​ຕະ​ພັນ​ຂອງ​ຫວຽດ​ນາມ ທີ່​ມີ​ທ່າ​ແຮງ​ຄື: ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ; ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ​ສ.ເກົາ​ຫຼີ ​ເຂົ້າມາ​ລົງ​ທຶນ​​ຢູ່​ຫວຽດ​ນາມ…

        ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ.ເກົາ​ຫຼີ Yun Byung Se ເຊື່ອ​ໝັ້​ໜ​ວ່າ, ຫວຽດ​ນາມ ຈ​ະ​ຈັດ​ຕັ້ງ​ປີ APEC 2017 ​ໃຫ​້ສຳ​ເລັດ​ຜົນ. ສ.ເກົາ​ຫຼີ ຫວັງ​ວ່າຈະ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ກັບ​ຫວຽດ​ນາມ ກວ່າ​ອີກ, ບໍ່​ພຽງ​ແຕ່​ໃນ​ການ​ຮ່ວມ​ມື 2 ຝ່າຍ​ເທົ່າ​ນັ້ນ, ຫາກ​ຍັງ​ຮ່ວມ​ມື​ຫຼາ​ຍ​ຝ່າຍ​ອີກ​ດ້ວຍ, ເພື່​ອ​ປະ​ກ​ອ​ບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ.


ຂ່າວ/ບົດ​ອື່ນ