ທ່ານນາຍົກລັດຖະມົນຕີອອກຄຳສັ່ງລົງມືກໍ່ສ້າງໂຄງການເຂື່ອນໄຟຟ້ານ້ຳຕົກ ຮ່ວາບີງ ເປີດກ້ວາງ

(VOVWORLD) - ຕອນເຊົ້າວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ອອກຄຳສັ່ງລົງມືກໍ່ສ້າງໂຄງການເຂື່ອນໄຟຟ້ານ້ຳຕົກ ຮ່ວາບີງ ເປີດກ້ວາງ. 
ທ່ານນາຍົກລັດຖະມົນຕີອອກຄຳສັ່ງລົງມືກໍ່ສ້າງໂຄງການເຂື່ອນໄຟຟ້ານ້ຳຕົກ ຮ່ວາບີງ ເປີດກ້ວາງ - ảnh 1ພິທີລົງມືກໍ່ສ້າງໂຄງການເຂື່ອນໄຟຟ້ານ້ຳຕົກ ຮ່ວາບີງ ເປີດກ້ວາງ (ພາບ: VGP)

  ໂຄງການດັ່ງກ່າວ ໂດຍກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN) ລົງທຶນ, ມີຍອດເງິນລົງທຶນກ່ວາ 9.200 ຕື້ດົ່ງ. ຄາດວ່າ, ພາຍຫລັງໄດ້ຮັບການກໍ່ສ້າງສຳເລັດ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສະໜອງໄຟຟ້າໃຫ້ແກ່ການພັດທະນາປະເທດຊາດ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ໂຄງການເຂື່ອນໄຟຟ້ານ້ຳຕົກ ຮ່ວາບີງ ເປີດກ້ວາງແມ່ນໂຄງການໃຫຍ່, ກໍ່ສ້າງຫຍຸ້ງຍາກ, ໜ້າທີ່ວາງອອກໃຫ້ EVN ແລະ ບັນດາຫົວໜ່ວຍກໍ່ສ້າງທີ່ກ່ຽວຂ້ອງແມ່ນໜັກໜ່ວງທີ່ສຸດ, ສະນັ້ນ ຕ້ອງສູ້ຊົນໃຫ້ສຳເລັດຄວາມຄືບໜ້າກ່ອນເຄິ່ງປີ, ນຳໂຄງການເຂົ້າເຄື່ອນໄຫວໂດຍໄວ.

ພິເສດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍກໍ່ສ້າງ ຕ້ອງຮັບປະກັນຄວາມປອດໄພຍາວນານຢ່າງເດັດຂາດ; ບໍ່ປະໃຫ້ເກີດເຫດການໃດໆ ໃນເງື່ອນໄຂດິນຟ້າອາກາດຜິດປົກກະຕິ. ພ້ອມກັນນັ້ນ ຕ້ອງຮັບປະກັນຄວາມຄືບໜ້າ, ຄຸນນະພາບການກໍ່ສ້າງ; ຈຳກັດການສົ່ງຜົນສະທ້ອນຕໍ່ສະພາບແວດລ້ອມແຫ່ງການດຳລົງຊີວິດຂອງປະຊາຊົນຢູ່ບໍລິເວນກໍ່ສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ