ທ່ານປະທານປະ ເທດຝາກຈົດໝາຍ ອວຍພອນໃນໂອກາດບຸນວັນເພງເດືອນ 8

ທ່ານປະທານປະ ເທດຝາກຈົດໝາຍ ອວຍພອນໃນໂອກາດບຸນວັນເພງເດືອນ 8 - ảnh 1
(ບຸນວັນ​ເພງ​ເດືອນ 8)

(vovworld) - ວັນ​ທີ 28/9, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຝາກຈົດໝາຍ​ອວຍພອນພວກ​ຫຼານ​ເຍົາວະ​ຊົນ, ອະນຸຊົນ​ທົ່ວ​ປະ​ເທດ ​ໃນ​ໂອກາດ​ບຸນວັນ​ເພງ​ເດືອນ 8/ 2012. ​ໃນ​ຈົດໝາຍ, ທ່ານ​ປະທານ​ປະ​ເທດ Truong Tan Sang ສະ​ແດງ​ຄວາມ​ຫວັງ​ວ່າ ພວກ​ຫຼານ​ເຍົາວະ​ຊົນ, ອະນຸຊົນ​​ໃນທົ່ວ​ປະ​ເທດ, ພວກ​ຫຼານ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ, ​ແລະ ພວກ​ຫຼານ​ຊາວ​ຕ່າງປະ​ເທດ​ຢູ່​ຫວຽດນາມ​ ໄດ້​ຕ້ອນຮັບ​ບຸນວັນ​ເພງ​ເດືອນ 8 ​ໃນ​ຄວາມ​ເບີດ​ບານ​ມ່ວນ​ຊື່ນ, ​ເຕັມ​ໄປ​ດ້ວຍ​ຄວາມ​ສາມັກຄີ. ທ່ານ​ປະທານ​ຢືນຢັນ​ວ່າ, ພັກ, ລັດ​ຫວຽດນາມ, ຄອບຄົວ ​ແລະ ສັງຄົມ​ຍາມ​ໃດ​ກໍ່​​ໃຫ້​ຄວາມເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ພິ​ເສດ ​ເພື່ອ​ໃຫ້​ພວກ​ຫຼານ​ມີ​ເງື່ອນ​ໄຂ​​ໄດ້ຮຳ່ຮຽນ​ຫຼໍ່​ຫຼອມ​ດີ​ທີ່​ສຸດ. ທ່ານ​ປະທານ​ປະ​ເທດ Truong Tan Sang ຫວັງ​ວ່າ ​ພວກ​ຫຼານ​ເຍົາວະ​ຊົນ, ອະນຸຊົນ​ຈະ​ຕັ້ງໜ້າ​ຫຼໍ່​ຫຼອມຕົນ​ເອງ, ສາມັກຄີ​, ຊ່ວຍ​ເຫຼືອພວກ​ເພື່ອນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເປັນ​ຫຼານ​ຄຳຮູ້ ​ເພື່ອ​ກາຍ​ເປັນ​ພົນລະ​ເມືອງ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ຄອບຄົວ ​ແລະ ສັງຄົມ, ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຫວຽດນາມ.

ຂ່າວ/ບົດ​ອື່ນ