ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ

(VOVWORLD) -ໃນຊີວິດແຫ່ງການເຄື່ອນໄຫວປະຕິວັດ, ທ່ານປະທານ ໂຮ່ຈີມິນ ໄດ້ໄປ ສິງກະໂປ 2 ຄັ້ງ, ນັ້ນແມ່ນໃນເດືອນ ມີນາ 1930 ແລະ ເດືອນ ມັງກອນ 1933.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ
(ພາບ: TTXVN)

ໂດຍສືບຕໍ່ລາຍການຢ້ຽມຢາມທາງລັດຖະກິດຢູ່ປະເທດ ສິງກະໂປ, ຕອນເຊົ້າວັນທີ 26 ກຸມພາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ. ໃນຊີວິດແຫ່ງການເຄື່ອນໄຫວປະຕິວັດ, ທ່ານປະທານ ໂຮ່ຈີມິນ ໄດ້ໄປ ສິງກະໂປ 2 ຄັ້ງ, ນັ້ນແມ່ນໃນເດືອນ ມີນາ 1930 ແລະ ເດືອນ ມັງກອນ 1933.

ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ - ảnh 2ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສິງກະໂປ
(ພາບ: TTXVN)

ແລະກໍ່ໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສິງກະໂປ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ເລື່ອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສິງກະໂປ ຍາມໃດກໍ່ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ ແລະ ຫວັງວ່າ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ທີ່ນີ້ ຈະສືບຕໍ່ປະກອບຄຳເຫັນຢ່າງສຸດຈິດສຸດໃຈຕໍ່ພັກ, ລັດ, ນຳປະເທດຊາດກ້າວຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ