ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົ​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຫ​ແກ່​ປະ​ເທດ​ຊາດ

(VOVWORLD) -ໂດຍຕາງໜ້າການນຳພັກ, ລັດ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄວາມຮັກແພງ, ຄຳຢື້ຢາມຖາມຂ່າວຢ່າງຈິງໃຈ ແລະ ຄຳອວຍພອນປີໃໝ່ ອັນດີງາມທີ່ສຸດ ໄປຍັງ ບັນດາຜູ້ແທນ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເຂົ້າຮ່ວມລາຍການ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2022
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົ​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຫ​ແກ່​ປະ​ເທດ​ຊາດ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ລາຍການ (ພາບ: TTXVN)

ຕອນຄ່ຳວັນທີ 22 ມັງກອນ, ຢູ່ໂຮງລະຄອນໃຫຍ່ (ຮ່າໂນ້ຍ), ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ໄດ້ຈັດຕັ້ງລາຍການສະແດງສິລິປະ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ2022”, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາ ໄດ້ເຂົ້າຮ່ວມ, ພ້ອມກັບຫຼາຍການນຳພັກ, ລັດຖະບານ ແລະ ຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກ່ວາ 300 ຄົນ ໂດຍຕ່າງໜ້າໃຫ້ປະຊາຄົມຊາວຫວຽດນາມອາໃສ ໃນທົ່ວໂລກ.

ໂດຍຕາງໜ້າການນຳພັກ, ລັດ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄວາມຮັກແພງ, ຄຳຢື້ຢາມຖາມຂ່າວຢ່າງຈິງໃຈ ແລະ ຄຳອວຍພອນປີໃໝ່ ອັນດີງາມທີ່ສຸດ ໄປຍັງ ບັນດາຜູ້ແທນ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເຂົ້າຮ່ວມລາຍການ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2022, ທ່ານປະທານປະເທດ ຢັ້ງຢືນວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ ແລະ ລັດ ຜ່ານການປະຕິບັດຫຼາຍລັດຖະນະໂຍບາຍສຳຄັນ.

ທ່ານປະທານປະເທດ ສະແດງຄວາມປິຕິຊົມຊື່ນ, ຄວາມເອກອ້າງທະນົງໃຈ ເມື່ອປະຊາຄົມຊາວຫວຽດນາມ ຢູ່ຫຼາຍປະເທດ ມີຄວາມສາມັກຄີ, “ຮັກແພງກັນຢ່າງສະໜິດສະໜົມ”, ມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19, ຊ່ວຍກັນຟື້ນຟູການທຳມາຫາກິນ, ດຳເນີນທຸລະກິດ…, ໜູນຊ່ວຍປະຊາຊົນ, ອຳນາດການປົກຄອງປະເທດປະຈຳຖິ່ນໃນໄລຍະເກີດໂລກລະບາດ, ເສີມສ້າງຄວາມງາມກ່ຽວກັບພາບພົດຂອງປະຊາຄົມຊາວຫວຽດນາມ. ມີປັນຍາຊົນຫຼາຍຄົນ, ເປັນຕົ້ນແມ່ນລຸ້ນໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດ ນັບມື້ນັບປະສົບຜົນສຳເລັດ, ໄດ້ກັບຄືນເມືອປະເທດ Startup, ຮ່ວມມືຢ່າງມີປະສິດທິຜົນ… ຜ່ານຜ່າຄວາມຫຍຸ້ງຍາກ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ມີການປະກອບສ່ວນອັນລ້ຳຄ່າຫຼາຍຢ່າງໃຫ້ແກ່ປະເທດຊາດ ແລະ ໃຫ້ແກ່ຜົນສຳເລັດເບື້ອງຕົ້ນຂອງການທູດວັກຊິນ.

 ກ້າວເຂົ້າສູ່ປີ 2022 ດ້ວຍກາລະໂອກາດ ແລະ ສິ່ງທ້າທາຍໃໝ່, ທ່ານປະທານປະເທດ ປາດຖະໜາວ່າ ພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ ເຖິງວ່າ ຢູ່ໃນສະພາບການໃດກໍ່ຕາມ, ຍາມໃດກໍ່ຈະຮັກສາຈິດໃຈຫວຽດນາມ, ຍາມໃດກໍ່ມີຄວາມປະເອີບໃຈ, ບໍ່ກັງວົນຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ມີໄຫວພິບ, ປະດິດຄິດສ້າງ ຕໍ່ກາລະໂອກາດ ແລະ ຍາມໃດກໍ່ມີຄວາມສາມັກຄີ, ເຊື່ອໝັ້ນວ່າ ໃນປີ 2022  ແນ່ນອນວ່າ ຫວຽດນາມ ຈະມີ ອະນາຄົດທີ່ສົດໄສ ແລະ ດີງາມກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ