ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ​ຜູ້​ແທນ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ນັກ​ຮົບ​ເກົ່າ​ຫວຽດ​ນາມ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ໃນຊຸມປີຜ່ານມາ, ສະມາຄົມນັກທຸລະກິດນັກຮົບເກົ່າຍາມໃດກໍ່ເສີມຂະຫຍາຍ ຄຸນທາດຂອງທະຫານລຸງໂຮ່, ບໍ່ພຽງແຕ່ເປັນວິລະຊົນ ຕໍ່ສູ້ຢູ່ສະໜາມຮົບ ເທົ່ານັ້ນ ຫາກຍັງແມ່ນວິລະຊົນຢູ່ແນວຮົບເສດຖະກິດ, ວິລະຊົນ ຢູ່ແນວຮົບສັງຄົມ ອີກດ້ວຍ.
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ​ຜູ້​ແທນ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ນັກ​ຮົບ​ເກົ່າ​ຫວຽດ​ນາມ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບຜູ້ແທນສະມາຄົມນັກທຸລະກິດນັກຮົບເກົ່າຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 14 ຕຸລາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ  ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບຜູ້ແທນສະມາຄົມນັກທຸລະກິດນັກຮົບເກົ່າດີເດັ່ນ 45 ທ່ານ ໂດຍຕາງໜ້າໃຫ້ນັກທຸລະກິດຂອງ ສະມາຄົມນັກທຸລະກິດນັກຮົບເກົ່າໃນທົ່ວປະເທດ.

ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນຊວັນຟຸກ ຢັ້ງຢືນວ່າ ໃນຊຸມປີຜ່ານມາ, ສະມາຄົມນັກທຸລະກິດນັກຮົບເກົ່າຍາມໃດກໍ່ເສີມຂະຫຍາຍ ຄຸນທາດຂອງທະຫານລຸງໂຮ່, ບໍ່ພຽງແຕ່ເປັນວິລະຊົນ ຕໍ່ສູ້ຢູ່ສະໜາມຮົບ ເທົ່ານັ້ນ ຫາກຍັງແມ່ນວິລະຊົນຢູ່ແນວຮົບເສດຖະກິດ, ວິລະຊົນ ຢູ່ແນວຮົບສັງຄົມ ອີກດ້ວຍ. ທ່ານປະທານປະເທດຊີ້ແຈ້ງວ່າ:

ຂ້າພະເຈົ້າສະເໜີໃຫ້ສະມາຄົມ ແລະ ສະມາຊິກໃນສະມາຄົມສືບຕໍ່ເສີມຂະຫຍາຍມູນເຊື້ອ ກ່ຽວກັບຜົນງານທີ່ເອກອ້າງທະນົງໃຈ ເຊິ່ງພວກເຮົາບັນລຸໄດ້ໃນໄລຍະທີ່ຜ່ານມາ. ຂ້າພະເຈົ້າຫວັງວ່າ ນັບມື້ນັບຈະມີນັກທຸລະກິດເປັນນັກຮົບເກົ່າຫຼາຍຄົນປະສົບຜົນສຳເລັດຕື່ມອີກ, ສືບຕໍ່ເປັນກຳລັງແຜ່ຂະຫຍາຍຄຸນທາດອັນດີງາມ ຂອງ ນັກທຸລະກິດນັກຮົບເກົ່າ, ຂອງທະຫານລຸງໂຮ່ ໃນແນວຮົບດ້ານເສດຖະກິດ - ສັງຄົມ; ປຸກລຸກ ແລະ ປະກອບສ່ວນຄວາມເຊື່ອໝັ້ນ, ຄວາມຄາດຫວັງ, ເຈດຈຳນົງບືນຕົວຂຶ້ນ ເພື່ອເປັນກຳລັງໃຈໃຫ້ກຳລັງສັງຄົມຕ່າງໆ, ພາກສ່ວນເສດຖະກິດ ປະກອບສ່ວນສ້າງສາປະເທດຊາດ, ໂດຍສະເພາະແມ່ນ ໃນສະພາບຫຼັງໂລກລະບາດໂຄວິດ - 19, ຟື້ນຟູເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ