ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະເຈລະຈາກັບ ທ່ານປະທານາທິບໍດີລັດເຊຍ

(VOVWORLD) - ການນຳ 2 ປະເທດໄດ້ເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນຜ່ານທຸກຊ່ອງທາງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ກໍຄືການພົວພັນແລກປ່ຽນລະຫວ່າງທ້ອງຖິ່ນ, ປະຊາຊົນ ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ
ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະເຈລະຈາກັບ ທ່ານປະທານາທິບໍດີລັດເຊຍ - ảnh 1(ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ
ການພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin)

ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 30 ພະຈິກ, ຢູ່ ມົດສະກູ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin.

        ທີ່ການພົບປະເຈລະຈາ, ການນຳ 2 ປະເທດໄດ້ເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນຜ່ານທຸກຊ່ອງທາງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ກໍຄືການພົວພັນແລກປ່ຽນລະຫວ່າງທ້ອງຖິ່ນ, ປະຊາຊົນ ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ; ຢືນຢັນຄວາມຕັດສິນໃຈນຳການຮ່ວມມືເສດຖະກິດໃຫ້ກາຍເປັນເສົາຄ້ຳສຳຄັນຂອງການພົວພັນ ຫວຽດນາມ - ລັດເຊຍ; ເຫັນດີສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດອາຊີ - ເອີລົບ ຢ່າງມີປະສິດທິຜົນ, ກໍຄືສ້າງຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ 2 ຝ່າຍໃຫ້ຫຼາຍກວ່າເກົ່າ.

        ການນຳ 2 ທ່ານໄດ້ຢືນຢັນວ່າ ພະລັງງານ ແລະ ນ້ຳມັນອາຍແກັດ ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄ້ຳຕົ້ນຕໍຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ເຫັນດີສືບຕໍ່ຮັກສາ ແລະ ເປີດກວ້າງການເຄື່ອນໄຫວຂອງວິສາຫະກິດນ້ຳມັນອາຍແກັດ ຫວຽດນາມ ຢູ່ ລັດເຊຍ ແລະ ວິສາຫະກິດນ້ຳມັນອາຍແກັດຂອງ ລັດເຊຍ ຢູ່ເຂດໄຫຼ່ທະວີບຂອງ ຫວຽດນາມ ເໝາະສົມກັບກົດໝາຍສາກົນ; ຍູ້ໄວໂຄງການກໍ່ສ້າງສູນຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີນິວເຄຼຍຢູ່ ຫວຽດນາມ…

        ການນຳ 2 ທ່ານກໍ່ແລກປ່ຽນກ່ຽວກັບເລື່ອງສົມທົບກັນຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ປອດໄພ, ຄວາມເສລີໃນການເດີນເຮືອ, ການບິນຢູ່ ອາຊີ - ປາຊີຟິກ, ໃນນັ້ນມີທະເລຕາເວັນອອກ ໃຫ້ເໝາະສົມກັບກົດໝາຍສາກົນ.

        ສິ້ນສຸດການພົບປະເຈລະຈາ, ການນຳ 2 ທ່ານໄດ້ອອກຖະແຫຼງການຮ່ວມກ່ຽວກັບວິໄສທັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ ຮອດປີ 2030.

        ພາຍຫຼັງການພົບປະເຈລະຈາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຊື້ອເຊີນທ່ານປະທານາທິບໍດີ Vladimir Putin ມາຢ້ຽມຢາມ ຫວຽດນາມ. ທ່ານປະທານາທິບໍດີ Vladimir Putin ຕອບຮັບຄຳເຊື້ອເຊີນດ້ວຍຄວາມຍິນດີ.

ຕອບກັບ

ຂ່າວ/ບົດ​ອື່ນ