ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກເຖິງບາງປັດໄຈດຸ່ນດ່ຽງໃນການຮ່ວມມື APEC

(VOVWORLD) -ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີບາງປັດໄຈສ້າງຄວາມ “ດຸ່ນດ່ຽງ” ຄວນການຮ່ວມມື
ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກເຖິງບາງປັດໄຈດຸ່ນດ່ຽງໃນການຮ່ວມມື APEC - ảnh 1ທີ່ວາລະປຶກສາຫາລື
(ພາບ: baoquocte.vn)

        ຕອນເຊົ້າວັນທີ 18 ພະຈິກ, ຢູ່ ບາງກອກ, ປະເທດ ໄທ, ກ່າວຄຳເຫັນທີ່ວາລະປຶກສາຫາລືກ່ຽວກັບ “ການເຕີບໂຕແບບຍືນຍົງ, ກວມລວມ ແລະ ດຸ່ນດ່ຽງ” ໃນຂອບເຂດກອງປະຊຸມ APEC 29, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີບາງປັດໄຈສ້າງຄວາມ “ດຸ່ນດ່ຽງ” ຄວນການຮ່ວມມືຄື: ຕ້ອງຖືປະຊາຊົນເປັນໃຈກາງເພື່ອສ້າງຄວາມດຸ່ນດ່ຽງໃນແຕ່ລະພື້ນຖານເສດຖະກິດລະຫວ່າງບັນດາຂົງເຂດ, ລະຫວ່າງບັນດາພາກສ່ວນໃນສັງຄົມ; ຄວາມດຸ່ນດ່ຽງລະຫວ່າງການຮັບປະກັນຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງແຕ່ລະພື້ນຖານເສດຖະກິດ ແລະ ເປັນເຈົ້າການເປີດປະຕູ, ເຊື່ອມໂຍງ ແລະ ຮ່ວມສຳພັນເສດຖະກິດ ທັງເສີມຂະຫຍາຍກຳລັງແຮງພາຍໃນ, ເສີມຂະຫຍາຍທ່າແຮງປຽບທຽບ; ຄວາມດຸ່ນດ່ຽງລະຫວ່າງການປ່ຽນແປງໃໝ່, ການຫັນປ່ຽນກັບການຮັບປະກັນສະຖຽນລະພາບ…

        ທ່ານປະທານປະເທດກໍ່ແບ່ງປັນແຜນນະໂຍບາຍຂອງ ຫວຽດນາມ ກ່ຽວກັບການຫັນເປັນດີຈີຕອນແຫ່ງຊາດ, ການພັດທະນາພື້ນຖານເສດຖະກິດສີຂຽວ, ເສດຖະກິດໝູນວຽນກັບເລື່ອງຖືປະຊາຊົນເປັນໃຈກາງ; ຢືນຢັນວ່າ ຫວຽດນາມ ພວມມານະພະຍາຍາມເພື່ອປະຕິບັດ COP 26 ແລະ ຫວັງວ່າຈະໄດ້ຮັບການໜູນຊ່ວຍຂອງປະຊາຄົມສາກົນ ແລະ ບັນດາສະມາຊິກ APEC.

ແລະກໍ່ໃນວັນດຽວກັນ, ບັນດາການນຳ APEC ໄດ້ຈັດວາລະສົນທະນາ ກັບແຂກຖືກເຊີນລວມມີ: ປະທານາທິບໍດີ ຝລັ່ງ ແລະ ອົງມົງກຸດລາຊະກຸມມານ, ນາຍົກລັດຖະມົນຕີລາຊະອານາຈັກ ອາຣັບບີ ຊະອຸດີ. ການສົນທະນາແມ່ນໂອກາດເພື່ອໃຫ້ບັນດາການນຳ APEC ພ້ອມກັບແຂກຖືກເຊີນຈາກບັນດາພາກພື້ນແຕກຕ່າງກັນໃນໂລກ ພ້ອມກັນປືກສາຫາລືມາດຕະການແກ້ໄຂໃນການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ