ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອລາ ແລະ ລາວ ເຂົ້າຍື່ນສານຕາຕັ້ງ

(VOVWORLD) - 2 ຝ່າຍຈະມານະພະຍາຍາມເຮັດໃຫ້ນ້ຳໃຈມິດຕະພາບອັນຍິ່ງໃຫຍ່ຂອງ 2 ປະເທດ, ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເລິກເຊິ່ງຂຶ້ນຕື່ມ.
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອລາ ແລະ ລາວ ເຂົ້າຍື່ນສານຕາຕັ້ງ - ảnh 1(ທ່ານເອກອັກຄະລັດຖະທູດ ເວເນຊູເອລາ Juan Carlos Fernandes Juarez, ຍື່ນສານຕາຕັ້ງ)

          ຕອນບ່າຍວັນທີ 08 ພະຈິກ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ເວເນຊູເອລາ ແລະ ເອກອັກຄະລັດຖະທູດ ລາວ ມາຍື່ນສານຕາຕັ້ງ.

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ເວເລຊູເອລາ, Juan Carlos Fernandes Juarez, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ທ່ານກໍ່ສະເໜີໃຫ້ຄະນະກຳມະການລະຫວ່າງລັດຖະບານຂອງ 2 ປະເທດ ຜັນຂະຫຍາຍບັນດາມາດຕະການຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ. ທ່ານປະທານປະເທດ ເຊື່ອໝັ້ນວ່າ, ໃນອາຍຸການປະຕິບັດງານຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ Juan Carlos Fernandes Juarez ຈະຍູ້ແຮງການພົວພັນຮ່ວມມື 2 ຝ່າຍ.

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອລາ ແລະ ລາວ ເຂົ້າຍື່ນສານຕາຕັ້ງ - ảnh 2(ທ່ານນາງເອກອັກຄະລັດຖະທູດ ລາວ ຄຳເພົາ ເອີນທະວັນ ຍື່ນສານຕາຕັ້ງ)

        ທີ່ການພົບປະກັບທ່ານນາງເອກອັກຄະລັດຖະທູດ ລາວ ຄຳເພົາ ເອີນທະວັນ, ທ່ານປະທານປະເທດ ຫວໍວັນເຖືອງ ຢືນຢັນວ່າ, ສາຍພົວພັນ ຫວຽດນາມ - ລາວ ແມ່ນສາຍພົວພັນພິເສດ, ພ້ອມທັງເນັ້ນໜັກວ່າ, 2 ຝ່າຍຈະມານະພະຍາຍາມເຮັດໃຫ້ນ້ຳໃຈມິດຕະພາບອັນຍິ່ງໃຫຍ່ຂອງ 2 ປະເທດ, ການພົວພັນຮ່ວມມືຮອບດ້ານ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເລິກເຊິ່ງຂຶ້ນຕື່ມ. ທ່ານປະທານປະເທດຖືວ່າ, ທ່ານນາງເອກອັກຄະລັດຖະທູດມາຮັບໜ້າທີ່ໃນຈຸດເວລາທີ່ພິເສດ, ກົງກັບຈຸດເວລາທ້າຍປີ, ດ້ວຍຫຼາຍເຫດການ ສຳຄັນເຊິ່ງຈະໄດ້ຈັດຂຶ້ນຢູ່ທັງ 2 ປະເທດ. ພ້ອມກັນນັ້ນ, ປີ 2024 ກໍ່ມີຄວາມໝາຍສຳຄັນສຳລັບປະຊາຊົນລາວ, ເມື່ອ ລາວ ຮັບດຳລົງຕຳແໜ່ງປະທານ ອາຊຽນ ແລະ ປະທານສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA). ທ່ານປະທານປະເທດ ຫວໍວັນເຖືອງ ຢືນຢັນວ່າ, ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ຈະຕັ້ງໜ້າໜູນຊ່ວຍ, ສົມທົບກັນ ເພື່ອໃຫ້ທ່ານນາງເອກອັກຄະລັດຖະທູດປະຕິບັດສຳເລັດໜ້າທີ່ຂອງຕົນ ໃຫ້ເປັນຢ່າງດີ.

 ສ່ວນທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ຢືນຢັນວ່າ, ຈະມານະພະຍາຍາມ ຈົນສຸດຄວາມ ສາມາດຂອງຕົນເພື່ອເພີ່ມພູນຄູນສ້າງສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຢ່າງຮອບດ້ານ ແລະ ບັນລຸປະສິດທິຜົນກວ່າໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ