ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສົ່ງສານເຖິງກອງປະຊຸມສະມັດຊາໃຫຍ່ AIPA – 44

(VOVWORLD) - ທ່ານປະທານປະເທດ ໄດ້ຊົມເຊີຍການພັດທະນາອັນໃຫຍ່ຫຼວງ ແລະ ການປະກອບສ່ວນແທດຈິງຂອງ AIPA ໃຫ້ແກ່ວິວັດການສ້າງປະຊາຄົມ ອາຊຽນ ສາມັກຄີ, ເປັນເອກະພາບ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນ ...
 
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສົ່ງສານເຖິງກອງປະຊຸມສະມັດຊາໃຫຍ່ AIPA – 44 - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA - 44
(ພາບ:Doãn Tấn/TTXVN)

ເນື່ອງໃນໂອກາດໄຂກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 44 (AIPA – 44), ດ້ວຍຫົວຂໍ້ “ລັດຖະສະພາເປັນເຈົ້າການປັບຕົວເພື່ອ ອາຊຽນ ມີສະຖຽນລະພາບ ແລະ ວັດທະນາຖາວອນ”, ວັນທີ 7 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສົ່ງສານເຖິງກອງປະຊຸມ AIPA – 44.

        ທ່ານປະທານປະເທດ ໄດ້ຊົມເຊີຍການພັດທະນາອັນໃຫຍ່ຫຼວງ ແລະ ການປະກອບສ່ວນແທດຈິງຂອງ AIPA ໃຫ້ແກ່ວິວັດການສ້າງປະຊາຄົມ ອາຊຽນ ສາມັກຄີ, ເປັນເອກະພາບ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນ ແລະ ປະເທດຕ່າງໆ. ທ່ານປະທານປະເທດ ຫວຽດນາມ ຕີລາຄາສູງ AIPA ແລະ ລັດຖະສະພາບັນດາປະເທດສະມາຊິກ ຍາມໃດກໍ່ຮ່ວມເດີນທາງ, ລະດົມກຳລັງໃຈບັນດາຄວາມມານະພະຍາຍາມຂອງລັດຖະບານບັນດາປະເທດ ອາຊຽນ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ກາຍເປັນອົງການສາມັກຄີ, ໝັ້ນຄົງເຂັ້ມແຂງ, ມີບົດບາດ, ພາບພົດ ແລະ ທີ່ຕັ້ງນັບມື້ນັບສູງຂຶ້ນໃນພາກພື້ນ ແລະ ບົນເວທີສາກົນ.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ, ມີປະສິດທິຜົນ ແລະ ມີຄວາມຮັບຜິດຊອບສູງໃນເວທີປາໄສຕ່າງໆ, ແລະ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມ AIPA – 44 ຈະບັນລຸຜົນສຳເລັດຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ