ທ່ານປະທານປະເທດ ເຈີ່ນດ້າຍກວາງຕ້ອນຮັບທ່ານ ຮອງນາຍົກລັດຖະມົນຕີ ສະໂລວາກີ

(VOVWORLD) - ລັດຖະບານ ສະໂລວາກີ ຈະສ້າງທຸກເງື່ອນໄຂເພື່ອໃຫ້ວິສາຫະກິດ ຫວຽດນາມ ຊອກຮູ້, ລົງທຶນ, ດຳເນີນທຸລະກິດຢູ່ ສະໂລວາກີ; ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຄົມຊາວ ຫວຽດນາມ ຢູ່ ສະໂລວາກີ.
ທ່ານປະທານປະເທດ ເຈີ່ນດ້າຍກວາງຕ້ອນຮັບທ່ານ ຮອງນາຍົກລັດຖະມົນຕີ ສະໂລວາກີ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງຕ້ອນຮັບທ່ານ ຮອງນາຍົກລັດຖະມົນຕີ ສະໂລວາກີ

ຕອນບ່າຍວັນທີ 27, ທີ່ການຕ້ອນຮັບທ່ານ ຮອງນາຍົກລັດຖະມົນຕີ ສະໂລວາກີ Peter Pellegrini ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 25 – 28 ພະຈິກ 2017. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີ 2 ປະເທດຍົກສູງປະສິດທິຜົນການເຄື່ອນໄຫວຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດ ຫວຽດນາມ - ສະໂລວາກີ; ເພີ່ມທະວີການແລກປ່ຽນລະຫວ່າງຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ. 2 ຝ່າຍຊຸກຍູ້ການເຄື່ອນໄຫວສົ່ງເສີມດ້ານການຄ້າ ແລະ ການລົງທຶນ, ສູ້ຊົນຍົກສູງວົງເງິນການຄ້າ 2 ສົ້ນໃນຊຸມປີຕໍ່ໜ້າ.

        ທ່ານຮອງນາຍົກລັດຖະມົນຕີ ສະໂລວາກີ Peter Pellegrini ຢືນຢັນວ່າ: ລັດຖະບານ ສະໂລວາກີ ຈະສ້າງທຸກເງື່ອນໄຂເພື່ອໃຫ້ວິສາຫະກິດ ຫວຽດນາມ ຊອກຮູ້, ລົງທຶນ, ດຳເນີນທຸລະກິດຢູ່ ສະໂລວາກີ; ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຄົມຊາວ ຫວຽດນາມ ຢູ່ ສະໂລວາກີ.

ທ່ານປະທານປະເທດ ເຈີ່ນດ້າຍກວາງຕ້ອນຮັບທ່ານ ຮອງນາຍົກລັດຖະມົນຕີ ສະໂລວາກີ - ảnh 2 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ແລະທ່ານຮອງນາຍົກລັດຖະມົນຕີ ສະໂລວາກີ Peter Pellegrini (ພາບ: TTXVN)

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 27 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ໄດ້ເຈະລຈາກັບທ່ານຮອງນາຍົກລັດຖະມົນຕີ ສະໂລວາກີ Peter Pellegrini ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 25 – 28 ພະຈິກ 2017. ເພື່ອນຳການຮ່ວມມືດ້ານເສດຖະກິດຂຶ້ື້ນສູ່ລະດັບສູງໃໝ່, ຮອງນາຍົກລັດຖະມົນຕີ 2 ທ່ານຕົກລົງກັນສືບຕໍ່ຍົກສູງປະສິດທິຜົນແຫ່ງການກົນໄກຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ເພີ່ມທະວີການສົ່ງເສີມການຄ້າ, ການລົງທຶນ, ການສົ່ງເສີມ ແລະ ສ້າງເງື່ອນໄຂ ເພື່ອໃຫ້ວິສາຫະກິດ 2 ປະເທດເຊື່ອມຕໍ່ຄູ່ຮ່ວມມື, ຊອກຮູ້ຕະຫລາດ.

        ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ແລະທ່ານຮອງນາຍົກລັດຖະມົນຕີ ສະໂລວາກີ Peter Pellegrini ສະແດງຄວາມເພິ່ງພໍໃຈກ່ຽວກັບການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງ 2 ປະເທດໃນບັນດາເວທີປາໄສສາກົນ. ທ່ານຮອງນາຍົກລັດຖະມົນຕີ Peter Pellegrini ຢືນຢັນວ່າ: ສະໂລວາກີ ສະໜັບສະໜູນການເພີ່ມທະວີສາຍພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ, ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA). ກ່ຽວກັບບັນຫາທະເລຕາເວັນອອກ, ຮອງນາຍົກລັດຖະມົນຕີ 2 ທ່ານ ເນັ້ນໜັກເຖິງຄວາມຈຳເປັນ ຕ້ອງແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ລວມມີວິວັດທະນາການການທູດ ແລະ ນິຕິກຳເໝາະສົມກັບກົດໝາຍສາກົນ, ພິເສດ ແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ຕອບກັບ

ຂ່າວ/ບົດ​ອື່ນ