ທ່ານ​ປະ​ທ​ານ​ປະ​ເທດ ເຈີນດ້າຍກວາງເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ - ບັງກະລາເທດ

(VOVWORLD) -ວັນທີ 06 ມີນາ, ແມ່ນມື້ສຸດທ້າຍຂອງການຢ້ຽມຢາມທາງລັດຖະກິດຢູ່ບັງກະລາເທດ, ທີ່ນະຄອນຫຼວງDhaka, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ ວິສາຫະກິດ ຫວຽດນາມ - ບັງກະລາເທດ.

ທ່ານ​ປະ​ທ​ານ​ປະ​ເທດ ເຈີນດ້າຍກວາງເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ - ບັງກະລາເທດ - ảnh 1

ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ກ່າວຄຳເຫັນຕໍ່ປະຊາຄົມວິສາຫະກິດສອງປະເທດ

(ພາບ: qdnd.vn)

ກ່າວຄຳເຫັນຕໍ່ປະຊາຄົມວິສາຫະກິດສອງປະເທດ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຢັ້ງຢືນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນ ແລະ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມກັບ ບັງກະລາເທດ, ພ້ອມແລ້ວທີ່ຈະແບ່ງປັນບັນດາປະສົບການໃນບັນດາຂົງເຂດທີ່ຫວຽດນາມມີທ່າແຮງ ແລະ ປາດຖະໜາວ່າຈະສືບຕໍ່ເພີ່ມພຸນຄຸນສ້າງການພົວພັນສອງຝ່າຍໃຫ້ພັດທະນາຢ່າງມີປະສິດທິຜົນ, ແທດຈິງ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດອັນແທດຈິງຂອງປະຊາຊົນສອງປະເທດ.

        ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເນັ້ນໜັກວ່າ ຫວຽດນາມຈະສືບຕໍ່ຮັກສາທີ່ຕັ້ງ ເຊິ່ງແມ່ນສະຖານທີ່ທີ່ດູດດື່ມມີລັກສະນະຍຸດທະສາດສຳລັບບັນດານັກລົງທຶນຕ່າງປະເທດ. ຄຽງຂ້າງນັ້ນ, ບັນດາວິສາຫະກິດຫວຽດນາມນັບມື້ພັດທະນາກ່ຽວກັບຂອບຂະໜາດສຳຜັດກັບເຕັກໂນໂລຢີໃໝ່ຂອງໂລກ. ຫວຽດນາມປາດຖະໜາວ່າຈະຊຸກຍູ້ບັນດາກາເຄື່ອນໄຫວລົງທຶນຢູ່ບັງກະລາເທດ, ພິເສດແມ່ນໃນບັນດາຂົງເຂດທີ່ທັງສອງຝ່າຍສາມາດຮ່ວມມືນຳກັນໄດ້. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ສະເໜີ ບັງກະລາເທດ ເພີ່ມທະວີການໜຸນຊ່ວຍ ແລະ ສ້າງທຸກເງື່ອນໄຂອັນສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມສາມາດສຳຜັດກັບຕະຫຼາດບັງກະລາເທດກວ່າອີກ. ຫວຽດນາມກໍສົ່ງເສີມບັນດາວິສາຫະກິດບັງກະລາເທດເຂົ້າມາລົງທຶນຢູ່ຫວຽດນາມໃນບັນດາຂົງເຂດທີ່ບັງກະລາເທດມີທ່າແຮງ ແລະ ຫວຽດນາມມີຄວາມຕ້ອງການ.

        ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຢັ້ງຢືນວ່າ ປະຊາຄົມວິສາຫະກິດຂອງສອງປະເທດບໍ່ພຽງແຕ່ເປັນເຈົ້າຂອງຂອງວິວັດທະນາການຮ່ວມມືເສດຖະກິດ ຫາກຍັງສວມບົດບາດລິເລີ່ມບັນດາແນວຄວາມຄິດປະດິດຄິດສ້າງ, ສ້າງກຳລັງໜູນໃໝ່ໃນການພົວພັນດ້ານການຄ້າ ແລະ ການລົງທຶນ. ລັດຖະບານຫວຽດນາມຈະສ້າງທຸກເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ປະຊາຄົມວິສາຫະກິດສອງປະເທດເຊື່ອມຕໍ່ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ສະຖຽນນະພາບຍາວນານ ຕິດພັນກັບການພັດທະນາຢ່າງໝັ້ນຄົງຂອງສອງປະເທດ.

        ຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ພ້ອມດ້ວຍພັນລະນາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ອອກຈາກນະຄອນຫຼວງDhakaແລະ ສຳເລັດການຢ້ຽມຢາມທາງລັດຖະກິດຢູ່ບັງກະລາເທດຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ