ທ່ານປະທານປະເທດ ເຈືອງເຕີ໋ນຊາງ ເຮັດວຽກກັບ ຄະນະທະນາຍຄວາມ ຫວຽດນາມ

ທ່ານປະທານປະເທດ ເຈືອງເຕີ໋ນຊາງ ເຮັດວຽກກັບ ຄະນະທະນາຍຄວາມ ຫວຽດນາມ - ảnh 1
( ທ່ານປະທານປະເທດ ເຈືອງເຕີ໋ນຊາງ ເຮັດວຽກກັບຄະນະທະນາຍຄວາມຫວຽດນາມ )

ຕອນ​ເຊົ້າ​ວັນ​ທີ 12/1, ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ, ຫົວໜ້າ​ຄະນະ​ຊີ້​ນຳ​ປະຕິ​ຮູບ​ດ້ານ​ຕຸລາການ​ສູນ​ກາງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ສະຫະພັນ​ທະນາຍຄວາມ​ຫວຽດນາມ. ກ່າວ​ຄວາມ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໄດ້​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ວົງ​ການ​ທະນາ​ຄວາມ​ຫວຽດນາມ​ໃນ​ການ​ເຂົ້າ​ຮ່ວມ​ການ​ສ້າງ​ກົດໝາຍ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດອັນ​ສອບ​ທຳ​ຂອງ​ລັດ ​ແລະ​ພົນລະ​ເມືອງ, ປະກອບສ່ວນ​ເຂົ້າ​ຜົນສຳ​ເລັດ​ລວມຂອງ​ປະ​ເທດ​ຊາດ. ກ່ຽວ​ກັບ​ວິວັດ​ແຫ່ງ​ການ​ປະຕິ​ຮູບ​ດ້ານ​ຍຸຕິ​ທຳ. ທ່ານ​ປະທານ​ປະ​ເທດ​ເວົ້າ​ວ່າ

“ໃນ​ຈຸດໝາຍ​ອັນ​ສູງ​ສົ່ງ​ທີ່​ວ່າ ສ້າ​ງລັດແຫ່ງ​ອຳ​ນາດ​ນິຕິບັນ​ຢັດສັງຄົມ​ນິຍົມ, ​ເຊິ່ງ​ແມ່ນ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ​ເພື່ອ​ປະຊາຊົນ… ປົກ​ປັກ​ຮັກສາ​ລະບອບ​ຕາມ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ນັ້ນ, ຄວາມ​ຕ້ອງການ​ຫັນ​ຊີວິດ​ສັງຄົມ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຄະດີ​ເປັນ​ປະຊາທິປະ​ໄຕ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ຈຸດປະສົງ​ສຸດ​ທ້າຍ​ແມ່ນ​ຮັບປະກັນ​ຄວາມ​ຍຸຕິ​ທຳ, ຄວາມ​ສະ​ເໝີ​ພາບ”.

ຂ່າວ/ບົດ​ອື່ນ