ທ່ານປະທານປະເທດ ເລືອງເກື່ອງ ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳຕ່າງປະເທດ
(VOVWORLD) - ທ່ານປະທານປະເທດປາດຖະໜາວ່າ ດ້ວຍບົດບາດເປັນຜູ້ຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດ, ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະປະກອບສ່ວນແຜ່ກະຈາຍ, ໂຄສະນາພາບພົດປະເທດຊາດ, ວັດທະນະທຳ, ຊາວ ຫວຽດນາມ; ພ້ອມທັງເຮັດວຽກງານປະຊາຄົມໃຫ້ເປັນຢ່າງດີ...
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (ພາບ: VOV) |
ຕອນບ່າຍວັນທີ 16 ມັງກອນ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງປະເທດ ສສ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2025-2028 ລວມ 16 ທ່ານ.
(ພາບ: VOV) |
ມອບຂໍ້ຕົກລົງແຕ່ງຕັ້ງ ແລະ ມອບໜ້າທີ່ໃຫ້ບັນດາທ່ານເອກອັກຄະລັດຖະທູດ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ບັນດາທ່ານຕ້ອງຜັນຂະຫຍາຍ ການທູດຮັບໃຊ້ການພັດທະນາເສດຖະກິດເປັນຢ່າງດີ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຫັນເປົ້າໝາຍເຕີບໂຕ 2 ຕົວເລກໃນອາຍຸການຈະມາເຖິງໃຫ້ປະກົດຜົນເປັນຈິງ. ທ່ານຍັງປາດຖະໜາວ່າ ດ້ວຍບົດບາດເປັນຜູ້ຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດ, ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະປະກອບສ່ວນແຜ່ກະຈາຍ, ໂຄສະນາພາບພົດປະເທດຊາດ, ວັດທະນະທຳ, ຊາວ ຫວຽດນາມ; ພ້ອມທັງເຮັດວຽກງານປະຊາຄົມໃຫ້ເປັນຢ່າງດີ ນັ້ນແມ່ນສາມັກຄີ, ເຕົ້າໂຮມປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປົກປ້ອງສິດ, ຜົນປະໂຫຍດອັນສອບທຳຂອງພົນລະເມືອງ, ວິສາຫະກິດຂອງຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນ.