ທ່ານປະທານປະເທດຈີນ ສີຈິ້ນຜິງ ຢ້ຽມຢາມ Tanzania

ທ່ານປະທານປະເທດຈີນ ສີຈິ້ນຜິງ ຢ້ຽມຢາມ Tanzania - ảnh 1
ທ່ານ​ປະທານ​ປະ​ເທດຈີນ ສີຈິ້ນ​ຜິ​ງ
​​ຢ້ຽມຢາມ​ປະ​ເທດ Tanzania
(ພາບ: homnay.net)


(vovworld) -     ວັນ​ທີ 24/03, ພາຍຫຼັງ​ສິ້ນ​ສຸດການ​ຢ້ຽມຢາມລັດ​ເຊຍ, ທ່ານ​ປະທານ​ປະ​ເທດຈີນ ສີຈິ້ນ​ຜິ​ງ ​​ໄດ້​ໄປ​ຮອດ​ນະຄອນຫຼວງ Dares Salaam, ເລີ່​ມຕົ້ນ​ການ​​ຢ້ຽມຢາມ​ປະ​ເທດ Tanzania ຢ່າງ​ເປ​ັນທາງ​ການ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ ​ແລະ ປະ​ເທດນີ້. ທ່ານ ສີຈິ້ນ​ຜິ​ງ ​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທາ​ນາ​ທິບໍດີ​ປະ​ເທດ​ເຈົ້າພາບ Jakaya Mrisho Kiwete ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ. 2 ຝ່າຍ​ກໍ​ຈະ​ລົງ​ນາມ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ໃນຂົງ​ເຂດ​ຕ່າງໆ​ຄື ​ເສດຖະກິດ, ການ​ຄ້າ ​ແລະ ວັດທະນະທຳ. Tanzania ​ແມ່ນ​ປະ​ເທດ​​ແຫ່ງທຳ​ອິດ​​ໃນ​ການ​ຢ້ຽມຢາມຂອງທ່ານ​ ສີຈິ້ນ​ຜິ​ງ ​ໃນ​ການ​ໄປ​ປະຕິບັດ​ງານ​ເຖິງ​ອາ​ຟລິ​ກາ ​ໃນ​ຄັ້ງ​ ​ແລະ ລວມທັງ ອາ​ຟລິ​ກາ​ໃຕ້ ​ແລະ ສ.ກົງ​ໂກ. ຢູ່​ອາ​ຟລິ​ກາ​ໃຕ້​ນີ້, ວັນ​ທີ 26 – 27/03, ທ່ານ ສີຈິ້ນ​ຜິ​ງ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 5 ກຸ່ມ BRICS (​ເຊິ່ງລວມມີ ບຣາຊິນ, ລັດ​ເຊຍ, ອິນ​ເດຍ, ຈີນ ​ແລະ ອາ​ຟລິກາ​​ໃຕ້).

ຂ່າວ/ບົດ​ອື່ນ