ທ່ານປະທານປະເທດຫງວຽນຊວັນຟຸກສົ່ງຈົດໝາຍເຖິງທ່ານປະທານາທິບໍດີອາເມລິກາ Joe Biden

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຊົມເຊີຍ ແລະ ຂອບອົກຂອບໃຈອາເມລິກາ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເມື່ອໄດ້ໃຫ້ຄຳໝັ້ນສັນຍາອຸປະຖຳຈຳນວນເງິນ 4 ຕື້ USD ໃຫ້ແກ່ຂໍ້ລິເລີມສຳພັດວັກຊິນທົ່ວໂລກກັນໂຄວິດ-19 (COVAX)

ວັນທີ 30 ພຶດສະພາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍເຖິງທ່ານປະທານາທິບໍດີອາເມລິກາ Joe Biden ເພື່ອແລກປ່ຽນກ່ຽວກັບການພົວພັນລະຫວ່າງ 2 ປະເທດ, ພິເສດແມ່ນເພີ່ມທະວີການຮ່ວມມືໃນການຮັບມືກັບໂລກລະບາດໂຄວິດ-19.

ໃນຈົດໝາຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຊົມເຊີຍ ແລະ ຂອບອົກຂອບໃຈອາເມລິກາ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເມື່ອໄດ້ໃຫ້ຄຳໝັ້ນສັນຍາອຸປະຖຳຈຳນວນເງິນ 4 ຕື້ USD ໃຫ້ແກ່ຂໍ້ລິເລີມສຳພັດວັກຊິນທົ່ວໂລກກັນໂຄວິດ-19 (COVAX) ແລະ ແຈ້ງທ່ານປະທານາທິບໍດີອາເມລິກາ Joe Biden ຊາບກ່ຽວກັບເລື່ອງຫວຽດນາມ ໄດ້ຮັບວັກຊິນເປັນ 2 ຄັ້ງ ດ້ວຍປະລິມານປະມານ 2,5 ລ້ານໂດສ ຈາກຂໍ້ລິເລີ່ມດັ່ງກ່າວ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ຊົມເຊີຍເລື່ອງອາເມລິກາ ຈະໃຫ້ຄຳໝັ້ນສັນຍາປະກອບວັກຊິນກັນໂຄວິດ-19 ຕື່ມອີກ 80 ໂດສໃຫ້ແກ່ຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ໃນສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພວມມີການຜັນແປຢ່າງສັນສົນ. ທ່ານປະທານປະເທດປາດຖະໜາວ່າ, ອາເມລິກາ ຈະສືບຕໍ່ໜູນຊ່ວຍຫວຽດນາມ ແລະ ບັນດາປະເທດກ່ຽວກັບແຫຼ່ງສະໜອງວັກຊິນ, ພ້ອມທັງໜີໃຫ້ 2 ຝ່າຍເພີ່ມທະວີຮ່ວມມືຄົ້ນຄວ້າ, ຜະລິດ ແລະ ຖ່າຍຖອດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ-19.

ທ່ານປະທານປະເທດຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືການພົວພັນຄູ່ຮ່ວມມືຮອບດ້ານກັນອາເມລິກາ ເປັນສຳຄັນ ແລະ ເຊື່ອໝັ້ນວ່າ ບົນຈິດໃຈຮ່ວມມືມິດຕະພາບ, 2 ຝ່າຍຈະສືບຕໍ່ຊຸກຍູ້ການພົວພັນ 2 ຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ນຳມາເຊິ່ງປະສິດທິຜົນໃຫ້ແກ່ປະຊາຊົນ 2 ປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ