ທ່ານປະທານປະເທດຫວຽດນາມເຈີ່ນດ້າຍກວາງໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີລາວທອງລຸນສີສຸລິດ

ທ່ານປະທານປະເທດຫວຽດນາມເຈີ່ນດ້າຍກວາງໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີລາວທອງລຸນສີສຸລິດ - ảnh 1
ທ່ານ ທອງ​ລຸນ​ ສີ​ສຸ​ລິດ ແລະ ທ່ານ ເຈີ່ນ​ດ້າຍກວາງ

(vovworld)- ໃນ​ຕອນ​ເຊົ້າ ​ວັນ​ທີ 25/10, ຢູ່​ຮ່າ​ໂນ້ຍ, ທ່ານ​ ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີ່ນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ທອງ​ລຸນ​ ສີ​ສຸ​ລິດ, ເນື່ອງ​ໃນ​ໂອ​ກາດ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ຍຸດ​ທະ​ສາດ​ການ​ຮ​່ວມ​ມື​ ​ເສດ​ຖະ​ກິດ ອາ​ເຢ​ວາ​ດີ -ເຈົ້າ​ພະ​ຍາ -ແມ່​ຂອງ ຄັ້ງ​ທີ 7 (AC MEC-7), ກອງ​ປະ​ຊຸມ​​ສຸດຍອດ​ບັນ​ດາ​ປະ​ເທດ​ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ຫວຽດ​ນາມ (CLMV 8) ແລະ ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ ກ່ຽວ​ກັບ​ແມ່​ນ້ຳຂອງ (WEF-Mekong). ທີ່​ການ​ຕ້ອ​ນ​ຮັບ, ທ່ານ​ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຖື​ວ່າ:  ເພື່ອ​ໃຫ້​ສາຍ​ພົວ​ພັນສາ​ມັກ​ຄີ​​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ 2 ປະ​ເທດ ສືບ​ຕໍ່​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ, ສອງ​ຝ່າຍ​ຄວນ​ສົມ​ທົບ​ກັນ​ກະ​ກຽມ​​ ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ໃຫຍ່ຫຼວງ ລະ​ຫວ່າງ ສອງ​ປະ​ເທດ ໃນ​ໄລ​ຍະ​ຈະ​ມາ​ເຖິງໃຫ້ດີ. ລັດ​ຖະ​ບານ​ສອງ​ປະ​ເທດ ສ້າງ​ເງື່ອນ​ໄຂ​​ສະ​ດວກ ໃຫ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລົງ​ທຶນ ລະ​ຫວ່າງ ສອງ​ຝ່າຍ, ໃນ​ນັ້ນ ມ​ີ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ ຂອງ​ວິ​ສາ​ຫະ​ກິດ​ຫວຽດ​ນ​າມ ຢູ່​ລາວ ໃຫ້ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ພ້ອມ​ທັງ ສືບ​ຕໍ່​ເພີ່ມ​ທະ​ວີ​ຊຸກ​ຍູ້​ການ​ຮ່ວມ​ມື​ ຂອງ​ສອງ​ປະ​ເທດ ໃນ​ບັນ​ດາ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ປ​້ອງ​ກັນ​ຄວາມ​ສະ​ຫງົບ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສາ​ທາ​ລະ​ນະ​ສຸກ, ການ​ທ່ອງ​ທ່ຽວ ແລະ ການ​ພົບ​ປະ​ແລກ​ປ່ຽນ​ຂອງ​ປະ​ຊາ​ຊົນ ບົນ​ພື້ນ​ຖານ​ບັນ​ດາ​ຂໍ້​ຕົກ​ລົງ, ແຜນ​ການ​ຮ່ວມ​ມື​ລະ​ອຽດ​ແຕ່​ລະ​ປີ ລະ​ຫວ່າງ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການທີ່​ກ່ຽວ​ຂ້ອງ​ ຂອງ​ສອງ​ປະ​ເທດ. ກ່ອນ​ໜ້ານີ້,  ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ພົບ​ປະ​ເຈ​ລະ​ຈາ ກັບ ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ. ນະ​ທີ່ນີ້, ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ລັດ​ຖະ​ບາ​ນ​ລາວ ມ​ີ​ບັນ​ດາ​ມາດ​ຕະ​ການ​ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ລົງ​ທຶນ ຢູ່​ລາວ. ກະ​ຊວງ​ການ​ຄ້າ​ສອງ​ປະ​ເທດ ມີ​ບັນ​ດາ​ມາດ​ຕະ​ການ ເພື່ອ​ປົກ​ປັກ​ຮັກ​ສາ ແລະ ເພີ່ມ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ; ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ຊາຍ​ແດນ ຫວຽດ​ນາມ-ລາວ​ ໃຫ້​ດີກວ່າ​ອີກ. ນາ​ຍົກ​ລັດ​ຖະ​ມົນ​ຕີ ​ທັງສອງທ່ານ ​ກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ ກ່ຽວ​ກັບ​ເລື່ອງ​ລັດ​ຖະ​ບານ​ສອງ​ປະ​ເທດ​ ສ້າງ​ຕັ້ງຄະ​ນະ​ກຳ​ມະ​ການ​ສະ​ເພາະ​ກິດ ຈັດ​ຕັ້​ງບັນ​ດາ​ລາຍ​ການ ສະ​ເຫຼີມ​ສະຫຼອງຄົບ​ຮອບ 55 ປີ ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດ​ນາມ-ລາວ ແລະ 40 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ, ການ​ຮ່ວມ​ມື ຫວຽດ​ນາມ-ລາວ ແລະ ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ປະ​ເທດ ​ມີ​ກົນ​ໄກ​​ປະ​ຊຸມສະ​ເພາະ ກໍ່​ຄື​ເຂົ້າ​ຮ່ວມ ແລະ ຊີ້​ນຳ ທີ່ກອງ​ປະ​ຊຸມ ​ຂອງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ ເພື່ອ​ສາ​ມາດ​ແກ້​ໄຂ​ຄວາມ​ຫຍ​ຸ້ງ​ຍາກ, ຂໍ້ຄົງ​ຄ້າງ ໃນ​ການ​ພົວ​ພັນ ລະ​ຫວ່າງ ສອງ​ປະ​ເທດ ​ໂດຍທັນ​ທີ.


ຂ່າວ/ບົດ​ອື່ນ