ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານເອກອັກຄະລັດຖະທູດບັນດາປະເທດເຂົ້າຍື່ນສານຕາຕັ້ງ

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານເອກອັກຄະລັດຖະທູດບັນດາປະເທດເຂົ້າຍື່ນສານຕາຕັ້ງ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ຕ້ອນ​ຮັບ​ທ່ານ
​ເອກ​ອັກ​ຄະ​ລັດ​ຖະ​ທູດ ຝ​ລັ່ງ Bertrand Lortholary
ພາບ:vov

(vovworld)-  ​ຕອນ​ເຊົ້າ​ວັນ​ທີ 8/10 ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ຄື: ຝ​ລັ່ງ, ການາ​ດາ, ກາ​ຕາ, ສາ​ທາ​ລະ​ນະ​ລັດ​ໄຊ​ປ​ຣັດ(Cyrrus), Croatia, Zambia, Turkmenistan ໄດ້​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ເຖິງ​ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ເນື່ອງ​ໃນ​ໂອ​ກາດ​ໄດ້​ຮັບ​ການແຕ່ງ​ຕັ້ງ​ມາ​ຮັບ​ຫນ້າ​ທີ່​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຈຳ​ຫວຽດ​ນາມ. ພາຍ​ຫລັງ​ຍື່ນ​ສານ​ຕາ​ຕັ້ງ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ​ຕາມ​ລຳ​ດັບ.

ເມື່ອ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຝ​ລັ່ງ Bertrand Lortholary, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າ​ຍກວາງ ປາດ​ຖະ​ຫນາ​ວ່າ ທ່ານ​ເອກອ​ັກ​ຄະ​ລັດ​ຖະ​ທູດ ຈະ​ຕັ້ງ​ຫນ້າ​ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ, ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ.

ເມື່ອ​ຕ​ອ້ນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ນາ​ດາ Ping Kinikone, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ປາດ​ຖະ​ຫນາ​ວ່າ ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ການ​ຄ້າ ການ​ລົງ​ທຶນ ກວ່າ​ອີກ ແລະ ຖືນີ້​ແມ່ນ​ຈຸດ​ສຸມ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ເມື່ອ​ຕ​ອ້ນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ນາ Mohamed Ismali Al Emadi, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເຫນີ ສອງ​ປະ​ເທດ​ຍູ້​ແຮງ​ການ​ແລກ​ປ່ຽນ​ດ້ານ​ການ​ຄ້າກວ່າ​ອີກ. 


ຕອບກັບ

ຂ່າວ/ບົດ​ອື່ນ