ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງປະທານສະພາແຫ່ງຊາດລາວສົມພັນແພງຄຳມີ

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງປະທານສະພາແຫ່ງຊາດລາວສົມພັນແພງຄຳມີ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງຕ້ອນ​ຮັບທ່ານ​ຮອງ​ປະ​ທານ​ສະ​ພາ
​ແຫ່ງ​ຊາດ​ລາວ ສົມ​ພັນ ແພງ​ຄຳ​ມີ

(vovworld)- ​​ທີ່​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ສົມ​ພັນ ແພງ​ຄຳ​ມີ ພວມ​ຢ້ຽມ​ຢາມ​ແລະ​ເຮັດ​ວຽກ​ຢູ່​ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວ​ມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ແລະ ໝາກ​ຜົນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ດ້ວ​ຍ​ເນື້ອ​ໃນ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເຫນີ ໄລ​ຍະ​ຈະ​ມາ​ເຖິງ ສອງ​ສະ​ພາ​ແຫ່ງ​ຊາດ​ສົມ​ທົບ​ກັນ​ຈັດ​ຕັ້ງບັນ​ດາ​ການ​ເຄື່ອນ​ໄຫວ​ເປັນ​ຢ່າງ​ດີ, ສືບ​ຕໍ່​ສົມ​ທົບ​ກັນ​ຕິດ​ຕາມກວດ​ກາ, ເລັ່ງ​ລັດ​ເພື່ອ​ປະ​ກອບ​ສ່ວນ​ຜັນ​ຂະ​ຫຍາຍ​ບັນ​ດາ​ສັນ​ຍາ​ການ​ຮ່ວມ​ມື ແລະ ຂໍ້​ຕົກ​ລົງ​ຂັ້ນ​ສູງ​ລ​ະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ພ້ອມ​ທັງ​ສະ​ເຫນີ​ສະ​ພາ​ແຫ່ງ​ຊາດ​ລາວ ສືບ​ຕໍ່​ພິ​ຈາ​ລະ​ນາ ແລະ ສະ​ຫນັບ​ສະ​ຫນູນ​ບັນ​ດາ​ການ​ປ່ຽນ​ແປງ, ເພີ່ມ​ເຕີມ​ທີ່​ຈຳ​ເປັນ​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍ​ບາຍ ແລະ ກົດ​ໝາຍ ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ສົມ​ພັນ ແພງ​ຄຳ​ມີ ໃຫ້​ຮູ້​ວ່າ: ສະ​ພາ​ແຫ່ງ​ຊາດ ລາວ ຈະ​ສົມ​ທົບ​ກັບ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫລີມ​ສະ​ຫລອງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ສູງ​ສຸດ, ຜ່ານນັ້ນ ຊ່ວຍ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ມີ​ຄວາມເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ຫວຽດ​ນາມ - ລາວ ແລະ ປາດ​ຖະ​ຫນາ​ວ່າ ໄລ​ຍະ​ຈະ​ມາ​ເຖິງສືບ​ຕໍ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ຫວຽດ​ນາມ .

ຕອບກັບ

ຂ່າວ/ບົດ​ອື່ນ