ທ່ານປະທານປະເທດເຈິ່ນດ້າຍກວາງພົບປະກັບທ່ານນາຍົກລັດຖະມົນຕີຫຼີເຄີຊຽນ

(VOVWORLD) -ໃນຂອບເຂດການຢ້ຽມຢາມທາງລັດຖະກິດເຖິງ ຈີນ ແລະ ເຂົ້າຮ່ວມເວທີປາໄສຂັ້ນສູງຮ່ວມມືສາກົນ “ໜຶ່ງແລວທາງ - ໜຶ່ງເສັ້ນທາງ“, ຕອນບ່າຍວັນທີ 12/5, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ພົບປະແລກປ່ຽນຄວາມເຫັນກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ.
ທ່ານປະທານປະເທດເຈິ່ນດ້າຍກວາງພົບປະກັບທ່ານນາຍົກລັດຖະມົນຕີຫຼີເຄີຊຽນ - ảnh 1ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ 

ນະທີ່ນີ້, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ສະເໜີທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ສືບຕໍ່ເອົາໃຈໃສ່ຊີ້ນຳ, ຜັນຂະຫຍາຍມາດຕະການຈຳນວນໜຶ່ງຢ່າງມີປະສິດທິຜົນ ເພື່ອແນໃສ່ເປີດກວ້າງ ແລະ ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືລະຫວ່າງສອງປະເທດ. ກ່ຽວກັບດ້ານການຄ້າ, ທ່ານປະທານປະເທດສະແດງຄວາມປາຖະໜາວ່າ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖີ່ນ ຈີນ ເຮັດສຳເລັດລະບຽບການດ້ານກົດໝາຍໂດຍໄວ ເພື່ອເປີດປະຕູຕະຫຼາດສຳລັບນ້ຳນົມ ແລະ ບັນດາຜະລິດຕະພັນຈາກນຳ້ນົມ, ໝາກໄມ້, ສິນໃນນ້ຳ, ຊີ້ນໝູຂອງ ຫວຽດນາມ; ສືບຕໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດໃຫຍ່ສອງປະເທດເພີ່ມທະວີການແລກປ່ຽນຄ້າຂາຍຖ່ານຫີນ ແລະ ຜະລິດຕະພັນກະເສດນຳກັນ.

ສ່ວນທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ກໍ່ຢືນຢັນວ່າ, ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຈີນ ຖືເປັນສຳຄັນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຮອບດ້ານຈີນ - ຫວຽດນາມ. ຖືວ່າການພັດທະນາຢ່າງມີສະຖຽນລະພາຍຂອງສອງປະເທດ ແມ່ນກາລະໂອກາດຂອງກັນ, ຈີນ ຈະສ້າງເງື່ອນໄຂກວ່າອີກໃຫ້ແກ່ການຜັນຂະຫຍາຍບັນດາບ້ວງສິນເຊື່ອບຸລິມາສິດ, ຕັ້ງໜ້າຕອບສະໜອງຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບການນຳໃຊ້ແຫຼ່ງນຳ້ຜ່ານຊາຍແດນຢ່າງໝັ້ນຄົງ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ