ທ່ານປະທານປະເທດເຈີ່ນດ້າຍກວາງພົບປະເຈລະຈາກັບບັນດາການນຳອີຢິບ

(VOVWORLD) -ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ອີຢິບ, ຕອນບ່າຍວັນທີ 27 ສິງຫາ, ຢູ່ນະຄອນຫຼວງກາຍໂຣ, ທ່ານປະທານປະເທດໄດ້ມີການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດອີຢິບ Abdel Ali Aal.
ທ່ານປະທານປະເທດເຈີ່ນດ້າຍກວາງພົບປະເຈລະຈາກັບບັນດາການນຳອີຢິບ - ảnh 1 (ທ່ານປະທານປະເທດໄດ້ມີການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດອີຢິບ Abdel Ali Aal)

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບອີຢິບ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ບັນດາອົງການລັດຖະສະພາ 2 ປະເທດຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາສາກົນ ແລະ ພາກພື້ນ.

        ສ່ວນທ່ານປະທານສະພາແຫ່ງຊາດອີຢິບ Abdel Ali Aal ປາດຖະໜາວ່າ, ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ຈະປະກອບສ່ວນສ້າງບາດກ້າວບຸກທະລຸໃນການພົວພັນ 2 ຝ່າຍ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ປະຕິບັດຄາດໝາຍບັນລຸໄດ້ວົງເງິນການຄ້າ 2 ຝ່າຍ 1 ຕື້ USD ໃນປີ 2020 ໃຫ້ປະກົດຜົນເປັນຈິງໂດຍໄວ.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຝາກຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຖິງທ່ານປະທານສະພາແຫ່ງຊາດອີຢິບ Abdel Ali Aal ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ທ່ານປະທານສະພາແຫ່ງຊາດອິຢິບ ກໍ່ໄດ້ຕອບຮັບຄຳເຊີນດັ່ງກ່າວ.

        ແລະກໍ່ໃນຕອນບ່າຍວັນທີ 27 ສິງຫາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມີການພົບປະເຈະລະຈາກັບທ່ານນາຍົກລັດຖະມົນຕີອີຢິບ Mostafa Madbouly. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ລັດຖະບານ 2 ປະເທດຕັ້ງໜ້າຊຸກຍູ້ການແລກປ່ຽນບັນດາຄະນະຜູ້ແທນຊຸກຍູ້ດ້ານການຄ້າ, ຄົ້ນຄວ້າຕະຫຼາດໃນບັນດາຂົງເຂດຄື: ພະລັງງານ, ໂຄລະຄົມມະນາຄົມ, ເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ… ທ່ານປະທານປະເທດ ເຈີ່ນດ້າຍກາງ ເຊື່ອໝັ້ນວ່າ, ດ້ວຍຄວາມຕັດສິນໃຈຂອງການນຳ 2 ປະເທດ, ດ້ວຍການລົງທຶນໃນຂໍ້ຕົກລົງຮ່ວມມື 8 ສະບັບໃນການຢ້ຽມຢາມຄັ້ງນີ້, ການພົວພັນຮ່ວມມືລະຫວ່າງຫວຽດນາມ - ອີຢິບ ໃນປີ 2018 ແລະ ໃນຊຸມປີຕໍ່ໆໄປຈະບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນ, ສ້າງຂີດໝາຍສຳຄັນ, ແທດຈິງ ເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.

        ສ່ວນທ່ານນາຍົກລັດຖະມົນຕີ Mostafa Madbouly ເຊື່ອໝັ້ນວ່າ ການຢ້ຽມຢາມຈະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ນຳການພົວພັນຮ່ວມມືລະຫວ່າງ 2 ປະເທດເຂົ້າສູ່ແທດຈິງ, ມີປະສິດທິຜົນ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ 2 ປະເທດ. ທ່ານນາຍົກລັດຖະມົນຕີ Mostafa Madbouly ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມ ມາລົງທຶນ, ດຳເນີນທຸລະກິດຢູ່ອີຢິບ.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ຝາກຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຖິງທ່ານນາຍົກລັດຖະມົນຕີ Mostafa Madbouly ມາຢ້ຽມຢາມຫວຽດນາມ ໂດຍໄວ ແລະ ທ່ານນາຍົກລັດຖະມົນຕີອີຢິບ ກໍ່ໄດ້ຕອບຮັບຄຳເຊື້ອເຊີນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ