ທ່ານປະທານປະເທດເຈີນດ້າຍກວາງຢ້ຽມຢາມກູບາຢ່າງເປັນທາງການ

ທ່ານປະທານປະເທດເຈີນດ້າຍກວາງຢ້ຽມຢາມກູບາຢ່າງເປັນທາງການ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ ພັນ​ລະ​ຍາ

(vovworld)-  ​​​ວັນ​ທີ 15/11, ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ Raul Castro, ປະ​ທານ​ສະ​ພາ​ແຫ່ງ​ລັດ ແລະ ສະ​ພາ​ລັດ​ຖະ​ມົນ​ຕີ ກູ​ບາ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີນ​ດ້າຍກວາງ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ. ກູ​ບາ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມ​ຢາມ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 15-17/11. ນັບ​ແຕ່​ເມື່ອ​​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ມາ​ຮອດ​ປະ​ຈຸ​ບັນ, ການ​ພົວ​ພັນ​ສາ​ມັກ​ຄີ, ການ​ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ ກູ​ບາ ໄດ້​ຮັບ​ການ​ປັບ​ປຸງ, ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ. ການ​ຢ້ຽມ​ຢາມ​ ກູ​ບາ ຄັ້ງ​ນີ້​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ຕັດ​ສິນ​ໃຈ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄວາມ​ສາ​ມັກ​ຄີ ອ້າຍ​ນ້ອງ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ພັກ, ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ. ໃນ​ໂອ​ກາດນີ້ ການ​ນຳ​ສອງ​ປະ​ເທດ ຈະ​ແລກ​ປ່ຽນ, ເປັນ​ເອ​ກະ​ພາບ​​ຕໍ່ທິດ​ທາງ ແລະ ບັນ​ດາ​ມາດ​ຕະ​ການ​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ໄລ​ຍະ​​ພັດ​ທະ​ນາ​ໃຫມ່​ຢູ່​ແຕ່​ລະ​ປະ​ເທດ.

ສິ້ນ​ສຸດ​ການ​ຢ້ຽມ​ຢາມ ກູ​ບາ ຢ່າງ​ເປັນ​ທາງ​ການ, ໂດຍ​ໄດ້​ຮັບ​ຄຳເຊີນຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Peru,  Pedro Paplo Kuczynsky, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ພັນ​ລະ​ຍາ ຈະ​ເຂົ້າ​ຮ່ວມ ສັບ​ປະ​ດາ​ຂັ້ນ​ສູງ​ຄັ້ງ​ທີ 24 ຂອງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟີກ (APEC) ຊື່ງ​ໄດ້​ຈັດ​ຂຶ້ນ​ຢູ່ Lima ປະ​ເທດ Peru ແຕ່​ວັນ​ທີ 17-20/11.


ຂ່າວ/ບົດ​ອື່ນ