ທ່ານປະທານປະເທດເຈີ່ນດ້າຍກວາງສີ້ນສຸດການຢ້ຽມຢາມກູບາຢ່າງເປັນທາງການ,

ທ່ານປະທານປະເທດເຈີ່ນດ້າຍກວາງສີ້ນສຸດການຢ້ຽມຢາມກູບາຢ່າງເປັນທາງການ, - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເຂົ້າ​ຮ່ວມກອງ​ປະ​ຊຸມ​​ສຸດຍອດ ບັນ​ດາ​ປະ​ເທດ​ນຳ​ໃຊ້​ພາ​ສາ​ຝ​ຣັ່ງ ຄັ້ງ​ທີ 16 ຢູ່ Madagascar.

(vovworld)- ​ຕອນ​ເຊົ້າ ​ວັນ​ທີ 28/11, ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ ພັນ​ລະ​ຍາ ໄດ້ເດີນ​ທາງ​ມາ​ເຖິງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ສີ້ນ​ສຸດ​ການ​ຢ້ຽມ​ຢາມ​ກູ​ບາ​ຢ່າງຈົບ​ງາມ​; ເຂົ້າ​ຮ່ວ​ມ​ສັບ​ປະ​ດາ​ຂັ້ນ​ສູງ ຄັ້ງ​ທີ 24 ຂອງ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ດ້ານ​ເສ​ດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC) ຢູ່​ເປ​ຣູ; ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​​ຢູ່​ອີ​ຕາ​ລີ, ຢ້ຽມ​ຢາມ​ສຳ​ນັກ​ວາ​ຕິ​ກັງ; ເຂົ້າ​ຮ່ວມກອງ​ປະ​ຊຸມ​​ສຸດຍອດ ບັນ​ດາ​ປະ​ເທດ​ນຳ​ໃຊ້​ພາ​ສາ​ຝ​ຣັ່ງ ຄັ້ງ​ທີ 16 ຢູ່ Madagascar.

        ກ່ອນ​ໜ້ານັ້ນ, ຕອນ​ບ່າຍ ​ບັນ​ທີ 27/11, ​ຢູ່ນອກກອງ​ປະ​ຊຸມ​ສຸດຍອດ ​ບັນ​ດາ​ປະ​ເທດ​ນຳ​ໃຊ້​ພາ​ສາ​ຝ​ຣັ່ງ ຄັ້ງ​ທີ 16 ຢູ່​ນະ​ຄອນຫຼວງ Antananarivo, Madagascar, ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ມີ​ບັນ​ດາ​ການ​ພົບ​ປະ​ສອງ​ຝ່າຍ​ ກັບ​ ທ່ານ Rudy Demotte ລັດ​ຖະ​ມົນ​ຕີ, ຜູ້​ວ່າ​ກາ​ນ​ເຂດ Wallonie-Bruselles ແບນ​ຊິກ ແລະ ທ່ານ Ibrahim Mahlah ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ອີ​ຢີບ.

        ທີ່​ການ​ພົບ​ປະ ກັບ​ ທ່ານ Rudy Demotte ລັດ​ຖະ​ມົນ​ຕີ, ຜູ້​ວ່າ​ກາ​ນ​ເຂດ Wallonie-Bruselles ແບນ​ຊິກ, ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ປາດ​ຖະ​ໜາ​ວ່າ: ສອງ​ຝ່າຍ​ຈະ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ ໃນ​ຂອບ​ເຂດ​ບັນ​ດາ​ປະ​ເທດ​ນຳ​ໃຊ້​ພາ​ສາ​ຝ​ຣັ່ງ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທີ່​ກາ​ນ​ພົບ​ປະ ກັບ ທ່ານ Ibrahim Mahlah ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ອີ​ຢີບ, ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ສະ​ເໜີ​ ອີ​ຢີບ ໜູນ​ຊ່ວຍ​ຫວຽດ​ນາມ ສ້າງ​ຕັ້ງ​ສູນ Halal ຫວຽດ​ນາມ ເພື່​ອ​ອອກ​ໃບ​ຢັ້ງ​ຢືນ ມາດ​ຕະຖານ​ສິນ​ຄ້າ​ຫວຽດ​ນາມທີ່ ສົ່ງ​ອອກ​ໄປ​ຍັງບັນ​ດາ​ຕະຫຼາດ​​ປະ​ເທດອິດ​ສະ​ລາມ.


ຂ່າວ/ບົດ​ອື່ນ