ຕອນເຊົ້າວັນທີ 18/1, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຮ່າຕິ້ງ. ຢູ່ທີ່ນີ້, ທ່ານປະທານປະເທດສະເໜີອົງຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆໃນແຂວງຈົ່ງເອົາໃຈໃສ່ເຖິງບັນດາເປົ້າໝາຍນະໂຍບາຍ, ຄົນທຸກຍາກຫຼາຍກ່ວາອີກ, ເພື່ອຊ່ວໃຫ້ທຸກຄອບຄົວໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ. ທ່ານປະທານປະເທດເຊື່ອໝັ້ນວ່າ: ດ້ວຍມູນເຊື້ອມັກການຮ່ຳຮຽນ ແລະ ເປັນແຫ່ງໃຫ້ກຳເນີດນັກວັດທະນະທຳທີ່ມີຊື່ສຽງ ແລະ ຜູ້ນຳປະຕິວັດດີເດັ່ນຫຼາຍທ່ານຂອງປະເທດຊາດ, ຮ່າຕິ້ງຈະເສີມຂະຫຍາຍກຳລັງພາບໃນ, ມານະພະຍາຍາມບືນຕົວຂຶ້ນປະຕິບັດບັນດາຈຸດໝາຍເສດຖະກິດ - ສັງຄົມ ຢ່າງສຳເລັດຜົນ.
ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີນຊາງໄດ້ໄປຖະຫວາຍທູບທຽນບູຊາຢູ່ເຂດອະນຸສາວາລີອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຮ່າຮຸວເຕີບ ຢູ່ຕາແສງ ເກີມຮືງ, ເມືອງ ເກີມຊວຽນ.
ກໍ່ໃນວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີນຊາງກໍ່ໄດ້ໄປອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ເງ້ອານ. ທ່ານປະທານປະເທດ ເຈືອງເຕີນຊາງ ສະເໜີໃຫ້ແຂວງຄວນເອົາໃຈໃສ່ເຖິງວຽກງານວາງແຜນກຳນົດພັດທະນາເສດຖະກິດ - ສັງຄົມເປັນຮາກຖານໃຫ້ແກ່ບັນດາການວາງແຜນກຳນົດຂະແໜງການ ແລະ ຜະລິດຕະພັນຂອງແຂວງ ເພື່ອສົມເປັນແຂວງຈຸດສຸມຂອງເຂດທາງທິດເໜືອພາກກາງ.