ທ່ານປະທານປະເທດເຈືອງເຕີນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຕ່ຽນຢາງ

ທ່ານປະທານປະເທດເຈືອງເຕີນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຕ່ຽນຢາງ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​
ໄປ​ກວດກາຄັນ​ຄູ​ກັນ​ນ້ຳ​ທະ​ເລ ກໍກົງ)


(vovworld) - ວັນ​ທີ 31/03, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​​ໄປ​ກວດກາຄັນ​ຄູ​ກັນ​ນ້ຳ​ທະ​ເລ ກໍກົງ 20 ກ.ມ, ກວດກາ​ວຽກ​ງານ​ຫັນ​ເປັນຄັນ​ຄູ​ທີ່ໝັ້ນ​ຄົງ ​ແລະ ​ແກ້​ໄຂສຳຄັນ​ຕອນ​ສຳຄັນທີ່ຂຶ້ນ​ກັບ​ບໍລິ​ເວນຕາ​ແສງ ​ເຕີນ​ແທ່ງ, ຕາ​ແສງ ວ່າມລ໋າງ ​ແລະ ລະບົບ​ຄອງ ​ເຈື້ກ້າວ ​​ເຊິ່ງ​ແມ່ນ​ບັນດາ​ກິດຈະກຳ​ທີ່​ສຳຄັນສຳລັບ​ການ​ຮັບມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ກັນນ້ຳ​ທະ​ເລ​ຂຶ້ນ​ສູງ​ຢູ່​ແຂວງ ຕ່ຽນຢາງ.

        ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກກັບ​ການ​ນຳ​ແຂວງ ຕ່ຽນຢາງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ຖື​ວ່າ ຜົນ​ຮ້າຍຈາກ​ນ້ຳ​ທະ​ເລ​ຂຶ້ນ​ສູງ​ນັບ​ມື້​ນັບ​ໜັກໜ່ວງ​ກວ່າ ​ແລະ ​​ໄວ​ກວ່າການ​ຄາດ​ຄະ​ເນ, ພິ​ເສດ​ສຳລັບ​ລະບົບ​ປ່າ​ປ້ອງ​ກັນ​​ແຄມທະ​ເລ​ຕ່ຽນຢາງ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຮຽກຮ້ອງ​ໃຫ້​ແຂວງ​ຕ່ຽນຢາງ ກວ​ດກາ​ຄືນ​​ແຜນສັງ​ລວມ, ​ແຜນການ, ກຳນົດ​ວິວັດແຫ່ງ​ການ​ລົງທຶນ​ເຂົ້າ​ບັນດາ​ກິດຈະກຳ​ຈຸດ​ສຸມ.

        “ຄື​ດັ່ງ​ຄຳ​ສະ​ເໜີ​ຂອງ​ແຂວງ, ນອກຈາກ​ງົບປະມານ​ແຫ່ງ​ລັດ, ພັນທະບັດ​ລັດຖະບານ​ແລ້ວ ​ແນ່ນອນ​ວ່າ​ຕ້ອງ​ລະດົມ​​ແຫຼ່ງກຳລັງ​ຫຼາຍ​ກວ່າ​ອີກ, ​ໂດຍ​ສະ​ເພາະ​ແມ່ນ​ແຫຼ່ງກຳລັງ​ຈາກ​ພາຍນອກ​​ໃຫ້​ແກ່ບັນດາ​ກິດຈະກຳ​ຈຸດ​ສຸມ. ພວກ​ເຮົາ​​ນຳ​ໃຊ້​ 2 ຮູບການ, ທີ 1 ​ແມ່ນ​ແຫລ່ງ​ເງິນ​ລົງທຶນ​ຂອງ​ລັດ 100% ​ແລະ ທີ 2 ​ແມ່ນ​ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ລົງທຶນ.”

        ​ໃນ​ການ​ໄປ​ປະຕິບັດ​ງານ​ຢູ່​ແຂວງ​ຕ່ຽນຢາງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຢ້ຽມຢາມ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ 578 ກຽງ​ເຟື໋ອ​ກ, ຖະຫວາຍ​ທູບ​ທຽນຢູ່​ວິຫານວິລະ​ຊົນ​ແຫ່ງ​ຊາດ ​ເຈືອງ​ດິ້ງ ​ແລະ ຫໍ​ບູຊາ​ວິລະ​ຊົນ​ແຫ່ງ​ຊາດ ຖູ​ຄວາ​ຮວນ.

ຂ່າວ/ບົດ​ອື່ນ