ທ່ານປະທານປະເທດ ເຈືອງເຕີນຊາງ
ພາບ:internet
|
(vovworld)- ຕອນບ່າຍວັນທີ 14/1, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດບັນດາປະເທດຄື: ມາເລເຊຍ, ຟິລີບປີນ ແລະ ອິນໂດເນເຊຍ ເຂົ້າຢ້ຽມອຳລາເມື່ອສິ້ນສຸດອາຍຸການວຽກງານຢູ່ຫວຽດນາມ. ທີ່ການຕ້ອນຮັບເອກອັກຄະລັດຖະທູດ ມາເລເຊຍ Azmil Bin Mohd Zabidi, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ເນັ້ນຫນັກວ່າ: ໃນອາຍຸການວຽກງານຢູ່ຫວຽດນາມ, ທ່ານເອກອັກຄະລັດຖະທູດ ໄດ້ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃນຫລາຍຂົງເຂດ ແລະ ມີຄວາມເຊື່ອໝັ້ນວ່າ ສອງປະເທດຈະສືບຕໍ່ຮັດແຫນ້ນການພົວພັນຄູ່ຮ່ວມມືຍຸດທະສາດ ເພື່ອຜົນປະໂຫຍດຂອງຫວຽດນາມ ແລະ ມາເລເຊຍ.
ທີ່ການຕ້ອນຮັບເອກອັກຄະລັດຖະທູດ ຟີລີບປີນ Jerril Santos, ທ່ານປະທານປະເທດ ຕີລາຄາສູງການຮ່ວມມືຂອງຟີລີບປີນ ກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນ ກໍຄືສົມທົບຫລັກໝັ້ນກ່ຽວກັບທະເລຕາເວັນອອກ.
ທີ່ການຕ້ອນຮັບເອກອັກຄະລັດຖະທູດ ອິນໂດເນເຊຍ Mayerfas, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ແບ່ງເບົາຄວາມເສຍຫາຍສຳລັບປະເທດ ແລະ ປະຊາຊົນອິນໂດເນເຊຍ ຈາກເຫດບຸກໂຈມຕີຢູ່ ຈາກາຕາ ໃນວັນທີ 14/1. ທ່ານປະທານປະເທດ ເນັ້ນຫນັກວ່າ ຫວຽດນາມ ກ່າວປະນາມບັນດາເຫດບຸກໂຈມຕີ ແລະ ປາດຖະຫນາວ່າ ປະເທດອິນໂດເນເຊຍ ຈະຜ່ານຜ່າໄລຍະຫຍຸ້ງຍາກນີ້. ທ່ານປະທານປະເທດ ກໍຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.