ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານອົງການJica

ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານອົງການJica - ảnh 1
ທ່ານ Akihiko Tanaka
ພາບ:internet


(vovworld)- ຕອນ​ບ່າຍ​ວັນ​ທີ 26/8 ຢູ່ ຮ່​າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ​້​ແທນ​ອົງການ​ຮ່ວມ​ມື​ສາກົນ ຍີ່​ປຸ່ນ Jica ​ໂດຍ​ທ່ານ Akihiko Tanaka ​ປະທານ​ອົງການ​ດັ່ງກ່າວ​ເປັນ​ຫົວຫນ້າ​ຄະນະ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຊົມ​ເຊີຍ​ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານ Akihiko Tanaka ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ອົງການ Jic​a ​ເປັນ​ຕົ້ນ​ປີ​ນີ້​ແມ່ນ​ປີ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ. ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ: Jica ​ແມ່ນ​ອົງການ​ສຳຄັນ​ສຳລັບ​ຫວຽດນາມ ດ້ວຍ​ການ​ສະຫງວນ​ທຶນ​ຊ່ວຍ​ເຫລືອ​ໃຫ້​ແກ່​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ແຕ່ລະ​ປີ.

ຂ່າວ/ບົດ​ອື່ນ