ທ່ານປະທານປະເທດເຈືອງເຕີ໋ນຊາງໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີສົມສະຫວາດເລັ່ງສະຫວັດ

ທ່ານປະທານປະເທດເຈືອງເຕີ໋ນຊາງໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີສົມສະຫວາດເລັ່ງສະຫວັດ - ảnh 1
ທ່ານປະ​ທານ​ປະ​ເທດ ເຈືອງ​ເຕີ໋ນ​ຊາງ ​​ຕ້ອນ​ຮັບ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ
(ພາບ: TTXVN)

(vovworld) – ໃນ​ວັນ​ທີ 28 ມີ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ ປະ​ທານ​ປະ​ເທດ ເຈືອງ​ເຕີ໋ນ​ຊາງ ​ໄດ້ໃຫ້​ການ​ຕ້ອນ​ຮັບ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ທີ່​ກຳ​ລັງ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ຫວຽດ​ນາມ. ທ່ານ ປະ​ທານ​ປະ​ເທດ ເຈືອງ​ເຕີ໋ນ​ຊາງ ເນັ້ນ​ໜັກ​ວ່າ ຜົນ​ການ​ຮ່ວມ​ມື​ດ້ານການ​ຕ່າງ​ປ​ະ​ເທດ ລະຫວ່າງ ສອງ​ປະ​ເທດ ​ໃນໄລ​ຍະ​ຜ່ານ​ມາ ແມ່ນ​ມີ​ການປະ​ກອບ​ສ່ວນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ​ລາວ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ. ທ່ານ ປະ​ທານ​ປະ​ເທດ ເຈືອງ​ເຕີ໋ນ​ຊາງ ສະ​ເໜີ​ບັນ​ດາ​ກະ​ຊວງ, ຂະ​ແໜງການ ຂອງສອງ​ປະ​ເທດ ​ສືບ​ຕໍ່​ຫັນ​​ເນື້ອ​ໃນ​​ຄຳ​ໝັ້ນ​ສັນ​ຍາ​​ຂັ້ນ​ສູງເປັນລະ​ອຽດ, ໝູນ​ໃຊ້​ ບັນ​ດາທັດ​ສະ​ນະ​ຊີ້​ນຳ​ ຂອ​ງ​ການ​ນຳ​ສອງພັກ ​ ເຂົ້າ​ໃນ​ຊີ​ວິດ​ການ​ເປັນ​ຢູ່ໃຫ້ສຳ​ເລັດ​.

        ທ່ານ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ສະ​ເໜີ​ສອງ​ຝ່າຍ​ສືບ​ຕໍ່​ແລກ​ປ່ຽນ ກົນ​ໄກ​ປະ​ສານ​ສົມ​ທົບ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຫວຽດ​ນາມ-ລາວ ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ແບ່ງ​ປັນ ກັບບາງວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ລົງ​ທຶນຢູ່​ລາວ ກຳ​ລັງ​ພົບກັບ​ຄວາມ​ຫຍຸ້ງ​ຍາກ ​ຍ້ອນ​ລາ​ຄາ​​ຕະຫຼາດເໜັງ​ຕີງ​; ​ແລະ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈະ​ແລກ​ປ່ຽນ​ຄວາມ​ເຫັນລະ​ຫວ່າງ​ການ​ນຳ​ສອງ​ປ​ະ​ເທດ ເພື່ອ​ມີ​ກົນ​ໄກ​ແກ້​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ຢ່າງທັນ​ການ.

ຂ່າວ/ບົດ​ອື່ນ