ທ່ານປະທານສະພາແຫ່ງ ຊາດຫງວຽນຊິງຮຸ່ງ ເຂົ້າຮ່ວມພິທີໄຂ ສົກຮຽນໃໝ່ຢູ່ວິທະ ຍາຄານຕຳຫຼວດ
(ພາບ:vov)
(vovworld)- ຕອນເຊົ້າວັນທີ 13/10, ຢູ່ຮ່າໂນ້ຍ, ວິທະຍາຄານຕຳຫຼວດປະຊາຊົນໄດ້ຈັດຕັ້ງພິທີໄຂສົກຮຽນໃໝ່ (2014-2015). ຕາງໜ້າໃຫ້ການນຳພັກ, ລັດ, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ເນັ້ນໜັກວ່າ: ຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມສະຫງົບປອດໄພແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແມ່ນມີຄວາມໝາຍສຳຄັນພິເສດ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ສະເໜີວ່າ:
“ວິທະຍາຄານຕຳຫຼວດປະຊາຊົນ ແລະ ບັນດາໂຮງຮຽນຕຳຫຼວດສືບຕໍ່ປ່ຽນໃໝ່ຢ່າງແຮງ, ຜັນຂະຫຍາຍການປະຕິບັດມະຕິສູນກາງກ່ຽວກັບປ່ຽນໃໝ່ໃນການສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານ, ຍຸດທະສາດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່, ກໍ່ສ້າງວິທະຍາຄານທີ່ເຂັ້ມແຂງດ້ານການເມືອງ ແລະ ການຈັດຕັ້ງ, ຍົກສູງຄຸນນະພາບການບຳລຸງສ້າງກ່ວາອີກ, ການຄົ້ນຄ້ວາວິທະຍາສາດເຕັກໂລໂນຊີໃຫ້ມີປະສິດທິຜົນ, ຕິດພັນກັບການບຳລຸງສ້າງ ເພື່ອແກ້ໄຂບັນດາບັນຫາທີ່ພຶດຕິກຳຕົວຈິງໄດ້ວາງອອກ, ປະກອບສ່ວນປະຕິບັດບົດບາດເປັນເສນາທິການໃຫ້ແກ່ພັກ, ລັດ, ກະຊວງຕຳຫຼວດ ໃນບັນດາບັນຫາ, ຍຸດທະສາດກ່ຽວກັບການປ້ອງກັນຄວາມສະຫງົບແຫ່ງຊາດເປັນຢ່າງດີ.”
ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ໄດ້ປູກຕົ້ນໄມ້ທີ່ເປັນທີ່ລະນຶກ ແລະ ກົດປຸ່ມເປີດນຳໃຊ້ຫນ້າເວັບຂອງວິທະຍາຄານຕຳຫຼວດປະຊາຊົນ.