ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຕ້ອນຮັບປະທານ​ສະພາ​ສູງ​ ເມກ​ຊີ​ໂກ

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຕ້ອນຮັບປະທານ​ສະພາ​ສູງ​ ເມກ​ຊີ​ໂກ - ảnh 1
( ພາບ : www.vietnamplus.vn)
ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຂີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ທ່ານ​ປະທານ​ສະພາ​ສູງ​ ເມກ​ຊີ​ໂກ Jose Gonzalez Morfin ​ໄດ້​ມາ​ຮອດນະຄອນ ຮ້າ​ໂນ້ຍ ​​ເລີ່​ມຕົ້ນ​ການຢ້ຽນມຢາມ ຫວຽ​ດນາມ​ ແຕ່​ຕອນ​ຄໍ່າ​ວັນ​ທີ 11 ມັງກອນ, ຕອນເຊົ້າ​ວັນ​ທີ 12 ມັງກອນ, ພິທີ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ສູງ ​ເມກ​ຊີ​ໂກ ​ຢ່າງ​ເປັນ​ທາງ​ການຖືກ​ຈັດ​ຂື້ນ​ຢ່າງ​ສົມ​ກຽດຢູ່ຫ້ອງ​ຮັບ​ແຂກ​ລັດຖະບານ. ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໃຫ້ການ​ຕ້ອນຮັບ ​ແລະ ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ສູງ ເມກ​ຊີ​ໂກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ​ ໄດ້​ຢືນຢັນ​ວ່າ ຫວຽດນາມ​ ປາດ​ຖະໜາ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ ​ເມກ​ຊີ​ໂກ, ​ໂດຍ​ສະ​ເພາະ​​​ແມ່ນການ​ຮ່ວມ​ມື​​ລົງທຶນ ​ແລະ ​ດ້ານເສດຖະກິດ. ຫວຽດນາມ​ ກ່ຽມພ້ອມ​ເປັນ​ຂົວ​ເຊື່ອມ​ຕໍ່​​ເພື່ອໃຫ້​ ​ເມກ​ຊີ​ໂກ ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ພາກ​ພື້ນ ອາ​ຊຽນ, ​ແລະ ປາດ​ຖະໜາ​ວ່າ ​ເມກ​ຊີ​ໂກ ຈະ​ເປັນ​ຂົວ​​ເຊື່​ອມຕໍ່​ເພື່ອ​ໃຫ້​ ຫວຽດນາມ ​ເປີດ​ກວ້າງ​ການ​ຮ່ວມື​ກັບ​ບັນດາ​ປະ​ເທດ ອາ​ເມ​ລິ​ການ​ລາ​ຕິນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກໍ່​ສະ​ເໜີ​ໃຫ້​ທ່ານ​ສະພາ​ສູງ ​ເມກ​ຊີ​ໂກ ​ເພີ່ມທະວີການ​ຮ່ວມ​ມືກັບ​ສະພາ​ແຫ່ງ​ຊາດ ຫວຽດນາມ ກວ່າ​ອີກ​ເພື່ອ​ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ 2 ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ. ທ່ານ​ປະທານ​ສະພາ​ສູງ​ ເມກ​ຊີ​ໂກ Jose Gonzalez Morfin ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ປີ 2011, ຫວຽດນາມ ​ໄດ້​ຈັດ​ຕັ້ງ​ບັນດາ​ເຫດ​ການ​ການ​ເມືອງ​ສຳຄັນ​​ສຳ​ເລັດຜົນ. ທ່ານ​ປະທານ​ສະພາ​ສູງ​ ເມກ​ຊີ​ໂກ ​ໄດ້​ເຫັນ​ດີ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມືລະຫວ່າງອົງການ​ນິຕິບັນຍັດຂອງ 2 ປະ​ເທດ ​ແລະ  ຈຳ​ເປັນ​ຕ້ອງ​ມີ​ຂໍ້​ຕົກລົງ​​ຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ​ກໍ່​ຄື​ສ້າງ​ຕັ້ງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ລະຫວ່າງ 2 ປະ​ເທດ ​ເພື່ອ​ສ້າງ​ພື້ນຖານດ້ານ​ນິຕິ​ກຳ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ຈຳ​ເປັນ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງຮອບດ້ານ .
ຂ່າວ/ບົດ​ອື່ນ