ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 20 ສະ​ພາ​ປະ​ຊາ​ຊົນ ແຂວງ​ແທງ​ຮວ໊າ

(VOVWORLD) -    ກອງປະຊຸມເທື່ອທີ 20, ສະພາປະຊາຊົນແຂວງ ແທັງຮວ໊າ ຊຸດທີ XVIII, ອາຍຸການ 2021 – 2026 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 08 ກໍລະກົດ, ຢູ່ນະຄອນ ແທັງຮວ໊າ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 20 ສະ​ພາ​ປະ​ຊາ​ຊົນ ແຂວງ​ແທງ​ຮວ໊າ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນໃນກອງປະຊຸມ (ພາບ: chinhphu.vn)

ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳວາລະໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ສະເໜີວ່າ:

        “ແຂວງ ແທັງຮວ໊າ ສືບຕໍ່ຕີລາຄາ, ຄົ້ນຄວ້າ, ສຳຫຼວດກວດກາການປະຕິບັດບັນດາແຜນນະໂຍບາຍຂອງສູນກາງ; ແກ້ໄຂຄວາມຫຍຸ້ງຍາກຂໍ້ຕິດຂັດໃນວິວັດການຜັນຂະຫຍາຍປະຕິບັດມະຕິເລກທີ 37 ຂອງສະພາແຫ່ງຊາດ ກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍພິເສດໃນການພັດທະນາແຂວງ ແທັງຮວ໊າ ຢ່າງທັນການ. ປັດຈຸບັນ, ມີພຽງແຕ່ 10 ທ້ອງຖິ່ນ ມີມະຕິຂອງສະພາແຫ່ງຊາດກ່ຽວກັບກົນໄກ, ນະໂຍບາຍພິເສດ, ໃນນັ້ນມີແຂວງ ແທັງຮວ໊າ. ນີ້ແມ່ນເງື່ອນໄຂສະດວກ, ແກ້ໄຂຄວາມຫຍຸ້ງຍາກໃນການພັດທະນາເສດຖະກິດ - ສັງຄົມ.”

        ປະທານສະພາແຫ່ງຊາດກໍຕັກເຕືອນວ່າ ແຂວງ ແທັງຮວ໊າ ຈະສືບຕໍ່ຜັນຂະຫຍາຍບັນດາມາດຕະການຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຢ່າງມີປະສິດທິຜົນ, ຊຸກຍູ້ການເຕີບໂຕເສດຖະກິດ. ໃນນັ້ນ, ເອົາໃຈໃສ່ເຖິງການປະຕິບັດບັນດາມາດຕະການພັດທະນາການທ່ອງທ່ຽວຢ່າງຄົບຊຸດ ເພື່ອນຳຂົງເຂດນີ້ເປັນຂົງເຂດເສດຖະກິດປາຍແຫຼມຂອງແຂວງ. ພ້ອມດຽວກັນນັ້ນ, ຍູ້ແຮງການລົງທຶນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ, ເສດຖະກິດ - ສັງຄົມ; ຊຸກຍູ້ການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ, ລະດົມແຫຼ່ງກຳລັງເພື່ອລົງທຶນ, ຍົກລະດັບພື້ນຖານໂຄງລ່າງດີຈີຕອນ.

ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ