ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປ​ະ​ຈຳ ຫວຽດ​ນາມ ສູງ​ປົວ

(VOVWORLD) - ທ່ານປະທານສະພາ ແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງບັນດາບາດກ້າວ ໃນການພົວພັນສອງປະເທດໃນໄລຍະຜ່ານມາ, ເປັນຕົ້ນແມ່ນເລື່ອງສອງປະເທດ ເຫັນດີເປັນເອກະພາບສືບຕໍ່ເຮັດໃຫ້ການພົວພັນສອງປະເທດເລິກເຊິ່ງຂຶ້ນຕື່ມ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປ​ະ​ຈຳ ຫວຽດ​ນາມ ສູງ​ປົວ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ສູງປົວ (ພາບ: TTXVN)

ຕອນບ່າຍວັນທີ 8 ມີນາ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານປະທານສະພາແຫ່ງຊດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ສູງປົວ ເພື່ອແນໃສ່ແລກປ່ຽນກ່ຽວກັບການພົວພັນສອງປະເທດ ແລະ ອົງການນິຕິບັນຍັດສອງປະເທດ.

ທີ່ການຕ້ອນຮັບ, ທ່ານປະທານສະພາ ແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງບັນດາບາດກ້າວ ໃນການພົວພັນສອງປະເທດໃນໄລຍະຜ່ານມາ, ເປັນຕົ້ນແມ່ນເລື່ອງສອງປະເທດ ເຫັນດີເປັນເອກະພາບສືບຕໍ່ເຮັດໃຫ້ການພົວພັນສອງປະເທດເລິກເຊິ່ງຂຶ້ນຕື່ມ ແລະ ຍົກລະດັບໃຫ້ກາຍເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງ “ປະຊາຄົມແບ່ງປັນ ອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ”.

ກ່ຽວກັບການພົວພັນລະຫວ່າງສອງສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ໃນຄວາມມານະພະຍາຍາມຊຸກຍູ້ “ຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງໃຫ້ນັບມື້ນັບສູງກ່ວາເກົ່າ”, ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ຈີນ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະ ພັດທະນາເຂົ້າສູ່ລວງເລິກ. ສອງຝ່າຍໄດ້ຮັກສາການແລກປ່ຽນດ້ວຍຫຼາຍຮູບແບບທີ່ມີໄຫວພິບຄື: ການໂອ້ລົມສົນທະນາທາງໄກ, ຈັດສົ່ງຄະນະການນຳ ບັນດາຄະນະກຳມະການ, ອົງການສະເພາະກິດ, ກຸ່ມສະມາຊິກລັດຖະສະພາ ມາຢ້ຽມຢາມເຊິ່ງກັນແລະກັນ, ຮັກສາການພົບປະ, ປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນບັນດາເວທີປາໄສລັດຖະສະພາໃນພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ