ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບຜູ້ຊ່ວຍວຽກເລຂາທິການໃຫຍ່ສປຊ
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ
ຕ້ອນຮັບຜູ້ປຶກສາພິເສດ, ຜູ້ຊ່ວຍວຽກເລຂາທິການໃຫຍ່ສະຫະປະຊາຊາດ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 29/3, ກ່າວຄວາມເຫັນທີ່ການຕ້ອນຮັບຜູ້ປຶກສາພິເສດ, ຜູ້ຊ່ວຍວຽກເລຂາທິການໃຫຍ່ສະຫະປະຊາຊາດ (ສປຊ), ທ່ານນາງ Amina J.Mohamed, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ຊົມເຊີຍທ່ານນາງມາຫວຽດນາມເຂົ້າຮ່ວມກອງປະຊຸມສະຫະພັນ ລັດຖະສະພາສາກົນ ຄັ້ງທີ 132 (IPU-132) ແລະ ຢືນຢັນວ່າ “ບັນດາຄາດໝາຍພັດທະນາຢ່າງໝັ້ນຄົງ: ຫັນຄຳເວົ້າເປັນການກະທຳຕົວຈິງ“ ຢູ່ IPU-132 ຄັ້ງນີ້, ແມ່ນມີຄວາມໝາຍສຳຄັນທີ່ສຸດໃນສະພາບກະກຽມສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງ ສປຊ ແລະ ຈະຮັບຮອງເອົາໂຄງການດຳເນີນງານເພື່ອການພັດທະນາຫຼັງປີ 2015 ແລະ ບັນດາຄາດໝາຍພັດທະນາຢ່າງໝັ້ນຄົງ. ຫວຽດນາມ ນັບຖືການຊ່ວຍເຫຼືອ, ການຮ່ວມມືທີ່ສູງສົ່ງເຊິ່ງ ສປຊ ໄດ້ສະຫງວນໃຫ້ແກ່ຫວຽດນາມ ໃນທຸກຂົງເຂດ. ກ່າວຄວາມເຫັນທີ່ການຕ້ອນຮັບ, ທ່ານນາງ Amina J.Mohamed ຖືວ່າ, ຫວຽດນາມ ໄດ້ເຮັດວຽກງານກະກຽມໃຫ້ IPU-132 ເປັນຢ່າງດີ ແລະ ຫວັງວ່າ IPU-132 ຈະຮັບຮອງເອົາລາຍການດຳເນີນງານລະອຽດໂດຍໄວ, ປະກອບສ່ວນເຂົ້າໃນການກຳນົດ ແລະ ປະຕິບັດບັນດາຄາດໝາຍພັດທະນາຫຼັງປີ 2015.