ທ່ານປະທານາທິບໍດີ D.Trump ປະຫວ່າງການຍົກເວັ້ນພາສີສຳລັບບາງປະເທດ

(VOVWORLD) - ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ຢືນຢັນວ່າ, ອັດຕາ 10% “ແມ່ນລະດັບພື້ນ” ຂອງພາສີ ແລະ ບໍ່ເຜີຍລາຍລະອຽດບັນດາສາຍເຫດທີ່ອາດຈະຍົກເວັ້ນພາສີສົມທົບ.
ທ່ານປະທານາທິບໍດີ D.Trump ປະຫວ່າງການຍົກເວັ້ນພາສີສຳລັບບາງປະເທດ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump
(ພາບ: THX/TTXVN)

ໃນບົດກ່າວປາໄສຕໍ່ວົງການນັກຂ່າວໃນວັນທີ 12 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ, ອາດຈະຍົກເວັ້ນພາສີສົມທົບສຳລັບບາງປະເທດ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ຢືນຢັນວ່າ, ອັດຕາ 10% “ແມ່ນລະດັບພື້ນ” ຂອງພາສີ ແລະ ບໍ່ເຜີຍລາຍລະອຽດບັນດາສາຍເຫດທີ່ອາດຈະຍົກເວັ້ນພາສີສົມທົບ.

ກ່ອນໜ້ານັ້ນ, ວັນທີ 02 ເມສາ, ທ່ານປະທານາທິບໍດີ Donald Trump ຖະແຫຼງຈັດວາງພາສີສົມທົບສຳລັບຜະລິດຕະພັນທີ່ນຳເຂົ້າຈາກ 185 ປະເທດ ແລະ ເຂດແຄ້ວນ. ອັດຕາພາສີພື້ນ 10% ມີຜົນສັກສິດແຕ່ວັນທີ 05 ເມສາ, ໃນຂະນະທີ່ອັດຕາພາສີຈັດວາງສະເພາະສຳລັບແຕ່ລະປະເທດແມ່ນເລີ່ມແຕ່ວັນທີ 09 ເມສາ. ຕໍ່ຈາກນັ້ນ, ທ່ານກໍ່ແຈ້ງຢຸດຕິການຈັດວາງພາສີສົມທົບໃນຮອບເວລາ 90 ວັນສຳລັບບາງປະເທດ ແລະ ເຂດແຄ້ວນໂດຍຊົ່ວຄາວ. ທຳນຽບຂາວອະທິບາຍວ່າ ການໂຈະດັ່ງກ່າວແມ່ນສະຫງວນເວລາ ເພື່ອດຳເນີນບັນດາການເຈລະຈາດ້ານການຄ້າ, ແລະ ໃນຈຸດເວລານີ້, ອັດຕາພາສີລວມແມ່ນ 10% ຍັງມີຜົນສັດສິດຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ