ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Emmanuel Macron ໄດ້​ຮັບ​ການ​​ເລືອກຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທາ​ບໍ​ດີ ຝ​ລັ່ງ​ຄືນ​ໃໝ່

(VOVWORLD) -ຕອນເວລາ 8 ໂມງຂອງວັນທີ 24 ເມສາ ຕາມເວລາທ້ອງຖິ່ນ, ປະເທດຝລັ່ງໄດ້ປະກາດປະທານາທາບໍດີ ຄົນໃໝ່ຂອງຕົນ. ຕາມນັ້ນແລ້ວ, ທ່ານປະທານາທິບໍດີ ຝລັ່ງ ຄົນປັດຈຸບັນ Emmanuel Macron ໄດ້ຮັບການເລືອກຕັ້ງຄືນໃໝ່ດ້ວຍອັດຕາບັດສະໜັບສະໜູນໃນເບື້ອງຕົ້ນແມ່ນ 58%.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Emmanuel Macron ໄດ້​ຮັບ​ການ​​ເລືອກຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທາ​ບໍ​ດີ ຝ​ລັ່ງ​ຄືນ​ໃໝ່ - ảnh 1ທ່ານປະທານາທິບໍດີ Emmanuel Macron ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເປັນປະທານາທາບໍດີ ຝລັ່ງຄືນໃໝ່ (ພາບ: vov.vn)

ເຖິງວ່າ ຈຳນວນບັດເລືອກຕັ້ງບໍ່ສູງຄືກັນກັບອາຍຸການກ່ອນ (66%), ແຕ່ຍັງພຽງພໍເພື່ອລື່ນກາຍ ທ່ານນາງ Marine Le Pen ຜູ້ອອກສະໝັກເລືອກຕັ້ງພັກຝ່າຍຂວາ  ເພື່ອສືບຕໍ່ດຳລົງຕຳແໜ່ງປະທານາທິບໍດີຝລັ່ງ ໃນ 5 ປີຈະມາເຖິງ.

ກ່າວຄຳເຫັນຕໍ່ບັນດາຜູ້ສະໜັບສະໜູນທ່ານ ຢູ່ຕີນຫໍ Eiffel, ນະຄອນ ປາຣີ ພາຍຫຼັງມີຜົນການຢັ່ງຫາງສຽງເບື້ອງຕົ້ນກ່ຽວກັບໝາກຜົນຂອງການເລືອກຕັ້ງຮອບທີ 2, ທ່ານປະທານາທິບໍດີ Emmanuel Macron ໄດ້ຂອບໃຈປະຊາຊົນທີ່ຕື່ມເຕີມຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ທ່ານ ເພື່ອສ້າງປະເທດຝລັ່ງໃຫ້ມີເອກະລາດກ່ວາ ແລະ ເປັນເອີລົບທີ່ເຂັ້ມແຂງກ່ວາ, ຜ່ານການລົງທຶນ ແລະ ປ່ຽນແປງຢ່າງເລິກເຊິ່ງກວ້າງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ