ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຕວັກ​ກີ ຍື່ນ​ເອ​ກະ​ສານ​ສະ​ໝັກເຂົ້າ​ເປັນ​ສະ​ມາ​ຊິກ​ NATO ຂອງ ຊູ​ແອັດ ຕໍ່​ສະ​ພາ​ແຫ່ງ​ຊາດ​ເພື່ອ​ໃຫ້​ສັດ​ຕະ​ຍາ​ບັນ

(VOVWORLD) -  ຕວັກກີ ແລະ ຮຸງກາຣີ ແມ່ນ ສອງຈຳນວນບັນດາປະເທດສະມາຊິກ NATO ທີ່ຍັງບໍ່ທັນໃຫ້ສັດຕະຍາບັນ ການຂໍສະໝັກເຂົ້າ ເປັນສະມາຊິກ NATO ຂອງ ຊູແອັດ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຕວັກ​ກີ ຍື່ນ​ເອ​ກະ​ສານ​ສະ​ໝັກເຂົ້າ​ເປັນ​ສະ​ມາ​ຊິກ​ NATO ຂອງ ຊູ​ແອັດ ຕໍ່​ສະ​ພາ​ແຫ່ງ​ຊາດ​ເພື່ອ​ໃຫ້​ສັດ​ຕະ​ຍາ​ບັນ - ảnh 1ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan  (ພາບ: Reuters)

ວັນທີ 23 ຕຸລາ ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan  ໄດ້ລົງນາມອະນຸສັນຍາ ກ່ຽວກັບຖານະຕຳແໜ່ງ ສະມາຊິກ ອົງການ ສົນທິສັນຍາອັດລັງຕິກເໜືອ (NATO) ຂອງ ຊູແອັດ ແລະ ໄດ້ຍື່ນສະເໜີເອກະສານສະບັບນີ້ຕໍ່ສະພາແຫ່ງຊາດ ຕວັກກີ ຢ່າງເປັນກທາງການເພື່ອພິຈາລະນາໃຫ້ສັດຕະຍາບັນ.

ຕວັກກີ ແລະ ຮຸງກາຣີ ແມ່ນ ສອງຈຳນວນບັນດາປະເທດສະມາຊິກ NATO ທີ່ຍັງບໍ່ທັນໃຫ້ສັດຕະຍາບັນ ການຂໍສະໝັກເຂົ້າ ເປັນສະມາຊິກ NATO ຂອງ ຊູແອັດ ພາຍຫຼັງ ປີ 2022 Stockholm ຍົກເລີກນະໂຍບາຍບໍ່ຮ່ວມເຊື່ອມຕໍ່ທີ່ໄດ້ຮັບການຮັກສາມາແຕ່ດົນນານ.

ກ່ອນໜ້ານັ້ນ, ຢູ່ກອງປະຊຸມສຸດຍອດ ຂອງ NATO ທີ່ໄດ້ດຳເນີນຢູ່ນະຄອນຫຼວງ Vilnius ຂອງ Litva ເມື່ອເດືອນກໍລະກົດຜ່ານມາ, ທ່ານປະທານາທິບໍດີ Erdogan ໃຫ້ຮູ້ວ່າ ທ່ານຈະຍື່ນສະເໜີເອກະສານຂໍສະໝັກເຂົ້າເປັນສະມາຊິກ NATO ຂອງ ຊູແອັດ ຂຶ້ນສະພາແຫ່ງຊາດ ປະເທດນີ້ ເພື່ອດຳເນີນການລົງປະຊາມະຕິຮັບຮອງເອົາ.

ຕອບກັບ

ຂ່າວ/ບົດ​ອື່ນ