ທ່ານປະທານາທິບໍດີ ຝລັ່ງ Macron: ຍັງມີຄວາມຫວັງໃຫ້ແກ່ສັນຕິພາບຢູ່ ຢູແກຼນ

(VOVWORLD) - ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເຊື່ອໝັ້ນວ່າ: ກາລະໂອກາດໃຫ້ແກ່ສັນຕິພາບຢູ່ ຢູແກຼນ ຍັງມີຢູ່ ເຖິງວ່າເວົ້າເຖິງສິ່ງດັ່ງກ່າວໃນບັນດາເງື່ອນໄຂໃນປະຈຸບັນແມ່ນຍັງໄວໂພດ.

ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບສັນຕິພາບໂດຍປະຊາຄົມຊາວຄຼິດ Sant’Egidio ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງ Roma, ປະເທດ ອີຕາລີ ໃນວັນທີ 23 ຕຸລາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເຊື່ອໝັ້ນວ່າ: ກາລະໂອກາດໃຫ້ແກ່ສັນຕິພາບຢູ່ ຢູແກຼນ ຍັງມີຢູ່ ເຖິງວ່າເວົ້າເຖິງສິ່ງດັ່ງກ່າວໃນບັນດາເງື່ອນໄຂໃນປະຈຸບັນແມ່ນຍັງໄວໂພດ.

        “ຮອດຈຸດເວລາໃດໜຶ່ງ, ອີງຕາມການຜັນແປຂອງສະພາບການ, ປະຊາຊົນ ແລະ ບັນດາການນຳຂອງ ຢູແກຼນ ຈະຕັດສິນໃຈສິ່ງດັ່ງກ່າວ, ຕາມບັນດາເງື່ອນໄຂໂດຍເຂົາເຈົ້າຕັດສິນ. ຂ້າພະເຈົ້າຢາກເວົ້າວ່າ ແງ່ຫວັງໃຫ້ແກ່ພື້ນຖານສັນຕິພາບຍັງມີຢູ່ ແລະ ຈະແມ່ນຈຸດເວລາໃດໜຶ່ງໃນອະນາຄົດ. ສັນຕິພາບຈະໄດ້ຮັບການສ້າງສັນຜ່ານການເຈລະຈາດ້ວຍການເຫັນປະຈັກຕາຂອງປະຊາຄົມໂລກ.”

        ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຢັ້ງຢືນຈະສືບຕໍ່ສະໜັບສະໜູນທາງການທູດ ແລະ ການທະຫານໃຫ້ແກ່ຢູແກຼນ, ພ້ອມທັງຍັງເນັ້ນໜັກການຮັກສາຊ່ອງທາງຕິດຕໍ່ພົວພັນກັບ ລັດເຊຍ ເພື່ອຊອກຫາກາລະໂອກາດຢຸດຕິການປະທະກັນ.

        ກ່ອນໜ້ານັ້ນ, ທີ່ກອງປະຊຸມສຸດຍອດສະຫະພາບ ເອີລົບ ໃນລະຫວ່າງວັນທີ 20 – 21 ຕຸລາ ຜ່ານມາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ກໍ່ໃຫ້ຮູ້ວ່າ: ທ່ານສະໜັບສະໜູນເລື່ອງ ຢູແກຼນ ແລະ ລັດເຊຍ ກັບຄືນສູ່ໂຕະເຈລະຈາຍິ່ງໄວກໍ່ຍິ່ງດີ.

ຕອບກັບ

ຂ່າວ/ບົດ​ອື່ນ