ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ສະເໜີ​ພົບ​ປະ​ກັບ​ທ່​ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ

(VOVWORLD) -ທ່ານປະທານາທິບໍດີ Zelensky ໄດ້ເນັ້ນໜັກວ່າ Kiev ມີຄວາມປາດຖະໜາກຢາກມີມາດຕະການທາງການທູດແທນທີ່ຈະເກີດການປະທະກັນທາງການທະຫານ ໃຫ້ແກ່ວິກິດການໃນປັດຈຸບັນ. 
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ສະເໜີ​ພົບ​ປະ​ກັບ​ທ່​ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ảnh 1ທ່ານປະທານາທໍບໍດີ ຢູແກຼນ Volodymyr Zelensky (ພາບ: TTXVN)

ວັນທີ 19 ກຸມພາ, ກ່າວຄຳເຫັນຕໍ່ສະພາປ້ອງກັນຄວາມສະຫງົບ Munich (MSC) ຢູ່ນະຄອນ Munich, ເມືອງເອກລັດ Bayern, ທາງທິດໃຕ້ ເຢຍລະມັນ. ທ່ານປະທານາທໍບໍດີ ຢູແກຼນ Volodymyr Zelensky ໄດ້ຢັ້ງຢືນ ຢາກພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການແນໃສ່ຫຼີກລ້ຽງຄວາມສ່ຽງເກີດການປະທະກັນ.

ທ່ານປະທານາທິບໍດີ Zelensky ໄດ້ເນັ້ນໜັກວ່າ Kiev ມີຄວາມປາດຖະໜາກຢາກມີມາດຕະການທາງການທູດແທນທີ່ຈະເກີດການປະທະກັນທາງການທະຫານ ໃຫ້ແກ່ວິກິດການໃນປັດຈຸບັນ. ກ່ອນໜ້ານັ້ນ, ທີ່ການພົບປະກັບທ່ານນາງ Kamala Harris ຮອງປະທານາທິບໍດີ ອາເມລິກາ ຢູ່ Munich, ທ່ານປະທານາທາບໍດີ Zelensky ກໍ່ໃຫ້ຮູ້ວ່າ ຢູແກຼນພວມຊອກຫາສັນຕິພາບ.

ໃນເຫດການທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຖືວ່າ ມີບັນດາສັນຍານສຳຄັນສະແດງໃຫ້ເຫັນວ່າ ຍັງມີກາລະໂອກາດແກ້ໄຂສະພາບເຄັ່ງຕຶງກັບລັດເຊຍໃນປັດຈຸບັນ ຜ່ານຊ່ອງທາງການທູດ. ກ່າວຄຳເຫັນທີ່ວາລາປຶກສາຫາລືຢູ່ (MSC), ທ່ານ ນາຍົກລັດຖະມົນຕີ Olaf Scholz ເນັ້ນໜັກວ່າ ຂໍ້ສັງເກດນີ້ໄດ້ເລີ່ມຈາກຄວາມຈິງທີ່ວ່າ ລັດເຊຍມີຄວາມສົນໃຈຕໍ່ບັນດາການເຈລະຈາ ກ່ຽວກັບຄວາມຮຽກຮ້ອງດ້ານຄວາມໝັ້ນຄົງຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ