ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ການ​ນຳ​ອົງ​ການ​​ສືບ​ລາ​ລະ​ການ​ລັບ ອາ​ເມ​ລິ​ກາ ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ປະ​ທະ​ກັນ​ໃນ​ພາກ​ພື້ນ

(VOVWORLD) -ທ່ານ William Burns ເຄີຍດຳລົງຕຳແໜ່ງເອກອັກຄະລັດຖະທູດ ອາເມລິກາ ປະຈຳ ລັດເຊຍ ໃນໄລຍະ 2005 – 2008 ແລະ ໄດ້ຮັບການແຕ່ງຕັ້ງເປັນ ຜູ້ອຳນວຍການ CIA ນັບແຕ່ເດືອນມີນາ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ການ​ນຳ​ອົງ​ການ​​ສືບ​ລາ​ລະ​ການ​ລັບ ອາ​ເມ​ລິ​ກາ ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ປະ​ທະ​ກັນ​ໃນ​ພາກ​ພື້ນ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

ວັນທີ 8 ພະຈິກ, ວັງ Kremlin ໄດ້ປະກາດວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປຶກສາຫາລື ກ່ຽວກັບການປະທະກັນໃນພາກພື້ນ ກັບທ່ານ William Burns ຜູ້ອຳນວຍການອົງການສືບລາລະການລັບ ສູນກາງ ອາເມລິກາ (CIA) ທີ່ຫາກໍ່ເດີນທາງໄປຢ້ຽມຢາມ ມົດສະກູ ເມື່ອອາທິດກ່ອນ. ທີ່ການພົບປະ, ທ່ານປະທານາທິບໍດີ Putin ແລະ ການນຳອົງການສືບລາລະການລັບ ອາເມລິກາ ໄດ້ປຶກສາຫາກ່ຽວກັບບັນດາບັນຫາສອງຝ່າຍ, ບັນດາການປະທະກັນໃນພາກພື້ນ ແລະ ວິກິດການ ການພົວພັນທາງການທູດ.

ທ່ານ William Burns ເຄີຍດຳລົງຕຳແໜ່ງເອກອັກຄະລັດຖະທູດ ອາເມລິກາ ປະຈຳ ລັດເຊຍ ໃນໄລຍະ 2005 – 2008 ແລະ ໄດ້ຮັບການແຕ່ງຕັ້ງເປັນ ຜູ້ອຳນວຍການ CIA ນັບແຕ່ເດືອນມີນາ. ໃນໄລຍະມໍ່ໆມານີ້, ເລື່ອງວົງການເຈົ້າໜ້າທີ່ ລັດເຊຍ ແລະ ອາເມລິກາ ໄດ້ມີການພົບປະຂັ້ນສູງຫຼາຍຄັ້ງໄດ້ສະແດງໃຫ້ເຫັນຄວາມສາມາດ ທີ່ສອງຝ່າຍຈະສືບຕໍ່ເຈລະຈາກັນ ເຖິງວ່າ ຍັງມີຄວາມລົງລອຍກັນບາງຢ່າງ ແລະ ໃນສະພາບການທີ່ການພົວພັນສອງຝ່າຍ ພວມຢູ່ລະດັບຕ່ຳສຸດ ນັບແຕ່ພາຍຫຼັງສົງຄາມເຢັນ ຍ້ອນຄວາມເຄັ່ງຕຶງ ທີ່ກ່ຽວຂ້ອງເຖິງບັນຫາຄື: ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ຊີຣີ ແລະ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ