ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີຢ​ິບ ແລະ ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ​ເຈ​ລະ​ຈາ​ຜ່ານ​ທາງ​ໂທ​ລະ​ສັບ

(VOVWORLD) -ການເຈລະຈາທາງໂທລະສັບລະຫວ່າງ ທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ດຳເນີນໃນວັນທີ 28 ມີນາ. 
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີຢ​ິບ ແລະ ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ​ເຈ​ລະ​ຈາ​ຜ່ານ​ທາງ​ໂທ​ລະ​ສັບ - ảnh 1ທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi  (ເບື້ອງຊ້າຍ) ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron (ພາບ:AFP)

ໃນການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi ໃນວັນທີ 28 ມີນາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ສະແດງຄວາມຫວັງວ່າ ອີຢິບ, ຊູດັງ ແລະ ເອທີໂອປີ ຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນຫາເຂື່ອນໄຟຟ້ານ້ຳຕົກ GERD ໃຫ້ສອດຄ່ອງກັບຜົນປະໂຫຍດຂອງ 3 ປະເທດ. ທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi ກໍເນັ້ນໜັກເຖິງຄວາມຈຳເປັນຂອງເລື່ອງ 3 ປະເທດທີ່ກ່ຽວຂ້ອງຕ້ອງບັນລຸຂໍ້ຕົກລົງນິຕິກຳທີ່ຮອບດ້ານ ແລະ ຄວາມຜູກມັດກ່ຽວກັບເລື່ອງສະສົມນ້ຳ ແລະ ເຄື່ອນໄຫວຂອງ GERD.

        ປະທານາທິບໍດີ ສອງປະເທດ ກໍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາເຊິ່ງພາກພື້ນລ້ວນແຕ່ມີຄວາມສົນໃຈ ແລະ ຄວາມມານະພະຍາຍາມຕ້ານການກໍ່ການຮ້າຍ. ກ່ຽວກັບບັນຫາ ລີບີ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຕີລາຄາສູງບົດບາດສຳຄັນຂອງ ອີຢິບ ໃນການແກ້ໄຂວິກິດການ ລີບີ ພ້ອມທັງຢັ້ງຢືນວ່າ ຝລັ່ງປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມື ແລະ ສົມທົບກັບ Cairo ກ່ຽວກັບບັນຫານີ້. ປະທານາທິບໍດີສອງທ່ານກໍຕົກລົງເຫັນດີກ່ຽວກັບຄວາມຈຳເປັນທີ່ຕ້ອງເພີ່ມທະວີບັນດາຄວາມມານະພະຍາຍາມລວມ ແນໃສ່ຕ້ານການກໍ່ການຮ້າຍຢູ່ຂົງເຂດ Sahel ທະວີບ ອາຟະລິກາ. 

ຕອບກັບ

ຂ່າວ/ບົດ​ອື່ນ