ທ່ານປະທານາທິບໍດີ ອາເມລິກາ ຕີລາຄາສູງຂໍ້ຕົກລົງແລກປ່ຽນນັກໂທດກັບ ອີຣານ

(VOVWORLD) - ວັນທີ 07 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຂອບໃຈ ອີຣານ ກ່ຽວກັບການແລກປ່ຽນນັກໂທດລະຫວ່າງ 2 ປະເທດ ເຊິ່ງໄດ້ດຳເນີນໃນວັນດຽວກັນ.

  ການນຳ ອາເມລິກາ ໄດ້ຕີລາຄາສູງເລື່ອງປະເທດນີ້  ແລະ ອີຣານ ອາດຈະບັນລຸໄດ້ຂໍ້ຕົກລົງໃນສະພາບການພົວພັນ 2 ຝ່າຍສືບຕໍ່ເຄັ່ງຕຶງ. ຫລັງຈາກນັ້ນ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ວໍຊິງຕັນ, ທ່ານປະທານາທິບໍດີ Donald Trump ຖືວ່າ: ການແລກປ່ຽນອາດຈະແມ່ນ ‘ສິ່ງພະຍາກ່ອນ’  ແລະ ສະແດງໃຫ້ເຫັນ 2 ຝ່າຍອາດຈະບັນລຸໄດ້ “ສິ່ງໃດສິ່ງໜຶ່ງ”.

ທ່ານປະທານາທິບໍດີ ອາເມລິກາ ຕີລາຄາສູງຂໍ້ຕົກລົງແລກປ່ຽນນັກໂທດກັບ ອີຣານ - ảnh 1 ທ່ານປະທານາທິບໍດີ Donald Trump (ພາບ: AFP/TTXVN)

        ວັນທີ 07 ທັນວາ, ອາເມລິກາ ແລະ ອີຣານ ໄດ້ດຳເນີນການແລກປ່ຽນນັກໂທດ. ຕາມຂໍ້ຕົກລົງແລ້ວ, ອີຣານ ໄດ້ປ່ອຍຕົວນັກຄົ້ນຄວ້າຊາວ ອາເມລິກາ ເຊື້ອຊາດ ຈີນ ຊີເຢຫວ໊າງ, ຖືກ ເຕເຮຣານ ຈັບຕົວແຕ່ປີ 2017 ແລະ ຖືກລົງໂທດຈຳຄຸກ 10 ປີ ດ້ວຍການກະທຳຜິດເປັນນັກສືບ ແລະ ອາເມລິກາ ໄດ້ປ່ອຍຕົວອິດສະຫຼະໃຫ້ສາດສະດາຈານຊາວ ອີຣານ Massoud Soleimani ເຊິ່ງພວມປະເຊີນໜ້າຕໍ່ບັນດາຄຳກ່າວຫາລະເມີດບັນດາຄຳສັ່ງຂອງ ອາເມລິກາ ຕ້ານຄືນ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ