ທ່ານປະທານາທິບໍດີ ເຢຍລະມັນ Frank -Walter Steinmeier ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ

(VOVWORLD) - ສ່ວນ ທ່ານປະທານາທິບໍດີ ເຢຍລະມັນ Frank - Walter Steinmeier ກໍ່ຢັ້ງຢືນຄວາມຫວັງຢາກເພີ່ມທະວີການພົວພັນຫຼາຍດ້ານກັບ ຫວຽດນາມ, ພິເສດແມ່ນບັນດາຂົງເຂດການຄ້າ - ການລົງທຶນ, ຫັນປ່ຽນພະລັງງານ, ແຮງງານ ...
ທ່ານປະທານາທິບໍດີ ເຢຍລະມັນ Frank -Walter Steinmeier ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ - ảnh 1ທ່ານປະທານາທິບໍດີ ເຢຍລະມັນ Frank -Walter Steinmeier ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ

ຕອນຄ່ຳວັນທີ 24 ມັງກອນ, ທ່ານປະທານາທິບໍດີ ເຢຍລະມັນ Frank - Walter Steinmeier  ແລະ ພັນລະຍາ ໄດ້ເດີນທາງອອກຈາກນະຄອນ ໂຮ່ຈີມິນ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 23 -24 ມັງກອນ ຢ່າງຈົບງາມ, ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ. ໃນເວລາຢູ່ຢ້ຽມຢາມ ຫວຽດນາມ, ທ່ານປະທານາທິບໍດີ Frank - Walter Steinmeier ໄດ້ພົບປະເຈລະຈາ ແລະ ເຂົ້າຮ່ວມງານລ້ຽງກັບທ່ານປະທານປະເທດ ຫວໍວັນເຖືອງ; ພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ. ທີ່ການພົບປະເຈລະຈາ, ພົບປະຄັ້ງຕ່າງໆ, ການນຳ ຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ສ້າງກຳລັງໜູນຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ຢ່າງຮອບດ້ານ; ຢັ້ງຢືນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ບຸລິມະສິດພັດທະນາການພົວພັນກັບ ເຢຍລະມັນ. ສ່ວນ ທ່ານປະທານາທິບໍດີ ເຢຍລະມັນ Frank - Walter Steinmeier ກໍ່ຢັ້ງຢືນຄວາມຫວັງຢາກເພີ່ມທະວີການພົວພັນຫຼາຍດ້ານກັບ ຫວຽດນາມ, ພິເສດແມ່ນບັນດາຂົງເຂດການຄ້າ - ການລົງທຶນ, ຫັນປ່ຽນພະລັງງານ, ແຮງງານ ແລະ ການສອນວິຊາຊີບ, ການຮ່ວມມືພັດທະນາ, ກໍ່ຄືສົມທົບກັນແໜ້ນແຟ້ນປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ບັນດາບັນຫາຮ່ວມມືໃນພາກພື້ນ, ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ