ທ່ານປະທານາທິບໍດີ ເວເນຊູເອລາ ພ້ອມແລ້ວທີ່ຈະເຈລະຈາກັບ ຫົວໜ້າຝ່າຍຄ້ານ

(VOVWORLD) -ລັດເຊຍພ້ອມແລ້ວ ທີ່ຈະມານະພະຍາຍາມເປັນຄົນກາງໃນການສ້າງຕັ້ງການພົວພັນລະຫວ່າງ ຝ່າຍຄ້ານ ແລະ ຝ່າຍສະໜັບສະໜູນລັດຖະບານ ເວເນຊູເອລາ.

ວັນທີ 25 ມັງກອນ, ທ່ານປະທານາທິບໍດີ  Nicolas  Maduro ອອກຖະແຫຼງການວ່າ ພ້ອມແລ້ວທີ່ຈະພົບປະກັບ ຫົວໜ້າຝ່າຍຄ້ານ Joan Guaido, ເຊິ່ງແມ່ນຜູ້ທີ່ອ້າງຊື່ເອງວ່າແມ່ນ “ປະທານາທິບໍດີ ຊົ່ວຄາວ”, ເພື່ອເລີ່ມດໍາເນີນການເຈລະຈາ ຊອກຫາວິທີການແກ້ໄຂໃຫ້ແກ່ວິກິດການດ້ານການເມືອງຢູ່ປະເທດ ອາເມລິກາໃຕ້ນີ້. ກ່າວຄໍາເຫັນທີ່ການຖະແຫຼງຂ່າວຕໍ່ສາກົນ ຢູ່ ທໍານຽບປະທານາທິບໍດີ Miraflores, ການນໍາ ເວເນຊູເອລາ ຢັ້ງຢືນວ່າ ບັນດາຊ່ອງທາງການເຈລະຈາ ຍາມໃດກໍເປີດກວ້າງ ໂດຍບໍ່ຫົວຊາຕໍ່ບັນດາການກະທໍາຝ່າຝືນລັດຖະທໍາມະນູນ ຂອງພວກຝ່າຍຄ້ານ ແລະ ການແຊກແຊງຂອງຕ່າງປະເທດໃນຊຸມວັນຜ່ານມາ. ທ່ານ Maduro ຖືວ່າ ເສັ້ນທາງໄປສູ່ສັນຕິພາບແມ່ນ ມາດຕະການໜຶ່ງດຽວ ເພຶຶ່ອນໍາປະເທດຜ່ານຜ່າຈຸດເວລາທີ່ຫຍຸ້ງຍາກຄືໃນປັດຈຸບັນ.       

        ກ່ຽວຂ້ອງເຖິງເລື່ອງດັ່ງກ່າວ, ທ່ານ Aleksander Schetinin ຫົວໜ້າກົມ ທະວີບ ອາເມລິກາ ລາຕີນ ສັງກັດກະຊວງການຕ່າງປະເທດ ລັດເຊຍ ຖະແຫຼງຫວ່າງແລ້ວນີ້ວ່າ ລັດເຊຍພ້ອມແລ້ວ ທີ່ຈະມານະພະຍາຍາມເປັນຄົນກາງໃນການສ້າງຕັ້ງການພົວພັນລະຫວ່າງ ຝ່າຍຄ້ານ ແລະ ຝ່າຍສະໜັບສະໜູນລັດຖະບານ ເວເນຊູເອລາ.


ຕອບກັບ

ຂ່າວ/ບົດ​ອື່ນ