ທ່ານພົນໂທ ຫງວຽນຈີ໋ວິ້ງ ຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານສະຖາບັນຄົ້ນຄວ້າຍຸດທະສາດສາກົນພາກພື້ນອາຊີ

(VOVWORLD) - ຕອນບ່າຍວັນທີ 9 ພຶດສະພາ, ທີ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຫງວຽນຈີ໋ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານສະຖາບັນຄົ້ນຄວ້າຍຸດທະສາດສາກົນພາກພື້ນອາຊີປະຈຳ ສິງກະໂປ ທ່ານ Tim Huxley.
ທ່ານພົນໂທ ຫງວຽນຈີ໋ວິ້ງ ຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານສະຖາບັນຄົ້ນຄວ້າຍຸດທະສາດສາກົນພາກພື້ນອາຊີ - ảnh 1 ທີ່ການຕ້ອນຮັບ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ Tim Huxley ຜູ້ອຳນວຍການຝ່າຍບໍລິຫານສະຖາບັນຄົ້ນຄວ້າຍຸດທະສາດສາກົນພາກພື້ນອາຊີ ປະຈຳ ສິງກະໂປ ໄດ້ແຈ້ງໃຫ້ທ່ານຮອງລັດຖະມົນຕີ ຫງວຽນຈີ໋ວິ້ງ ຮັບຊາບບາງເນື້ອໃນ, ລາຍການ ແລະ ບັນດາຫົວຂໍ້ໃນກອງປະຊຸມ Shangri-La 2018; ພ້ອມທັງ ຕີລາຄາສູງບົດບາດ ແລະ ສະແດງຄວາມຂອບໃຈ ຫວຽດນາມ ທີ່ຍາມໃດກໍ່ສະໜັບສະໜູນເວທີປາໄສ ປະກອບສ່ວນນຳມາເຊິ່ງຜົນສຳເລັດໃຫ້ການເຈລະຈາຄັ້ງຕ່າງໆ ແລະ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ຈັດສົ່ງຄະນະຜູ້ແທນການທະຫານຂັ້ນສູງເຂົ້າຮ່ວມ ແລະ ມີບົດກ່າວຄຳເຫັນທີ່ເວທີປາໄສ.

        ສ່ວນທ່ານພົນໂທ ຫງວຽນຈີ໋ວິ້ງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ຈະເຂົ້າຮ່ວມປະກອບສ່ວນຢ່າງຕັ້ງໜ້າໃນກອງປະຊຸມຄັ້ງນີ້ ແລະ ຕີລາຄາສູງບົດບາດຂອງກອງປະຊຸມ Shangri-La ກໍ່ຄືບັນດາຫົວຂໍ້ຈະໄດ້ຮັບການປຶກສາຫາລືໃນກອງປະຊຸມ Shangri-La 2018.

ຕອບກັບ

ຂ່າວ/ບົດ​ອື່ນ