ທ່ານພົນໂທ ຫງວຽນຈີວີ້ງ ຕ້ອນຮັບເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ

(VOVWORLD) -ວັນທີ 23 ກຸມພາ, ຢູ່ ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທຫງວຽນຈີວີ້ງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ ທ່ານ Daniel J. Kritenbrink. 

ນະທີ່ນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຫງວຽນຈີວີ້ງ ໄດ້ເນັ້ນຫນັກບັນດາບັນຫາຮ່ວມມືປ້ອງກັນຊາດທີ່ເປັນຈຸດສຸມລະຫວ່າງສອງປະເທດ ຜ່ານນັ້ນ ຄວນມານະພະຍາຍາມເພື່ອປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງສອງປະເທດໃຫ້ປະກົດຜົນເປັນຈິງ, ພ້ອມທັງຊອກຫາຕື່ມບັນດາເນື້ອໃນຮ່ວມມືໃຫມ່. ພົນໂທ ຫງວຽນຈີວີ້ງ ມີຄວາມປາດຖະຫນາຢາກຝ່າຍ ອາເມລິກາ ສືບຕໍ່ຮ່ວມມື ເພື່ອສຳເລັດໂຄງການກຳຈັດສິ່ງແວດລ້ອມຖືກມົນລະພິດ dioxin ຢູ່ ສະຫນາມບິນ ບຽນຮວ່າ.

ທ່ານເອກອັກຄະລັດຖະທູດDaniel J. Kritenbrink ຢືນຢັນ: ອາເມລິກາ ມີຄວາມປາດຖະຫນາເພີ່ມທະວີການຮ່ວມມືປ້ອງກັນຊາດກັບຫວຽດນາມ, ເປັນຕົ້ນໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ