ທ່ານຟ້າມບີງມີງຮອງນາຍົກລັດຖະມົນຕີຫວຽດນາມຕ້ອນຮັບເອກອັກຄະລັດຖະທູດກຳປູເຈຍ

ທ່ານຟ້າມບີງມີງຮອງນາຍົກລັດຖະມົນຕີຫວຽດນາມຕ້ອນຮັບເອກອັກຄະລັດຖະທູດກຳປູເຈຍ - ảnh 1
ທ່ານ ຟ້າມ​ບີງ​ມີງ ຕ້ອນ​ຮັບ ທ່ານ Prak Nguon Hong
(ພາບ: VGP)

(vovworld) - ຕອນ​ບ່າຍ​ວັ​ນທີ 13/12, ຢູ່ ຮ່າ​ໂນ້ຍ,  ທ່ານ ຟ້າມ​ບີງ​ມີງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ຫວຽດ​ນາມ ​ໄດ້ຕ້ອນ​ຮັບ ທ່ານ Prak Nguon Hong ເອກ​ອັກ​ຄະ​ລັດ​ຖະ​​ທູດ ກຳ​ປູ​ເຈຍ ປະຈຳ ຫວຽດນາມ ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ເນື່ອງ​ໃນ​ໂອ​ກາດ​ໄດ້​ຮັບ​ໜ້າ​ທີ່​ປະຕິບັດ​ງານ​ຢູ່ ​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າ​ມບີ​ງມິງ ສະ​ເໜີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ກຳ​ປູ​ເຈຍ, ພິ​ເສດ​ແມ່ນ ສະ​ຖານ​ທູດ ກຳ​ປູ​ເຈຍ ສືບ​ຕໍ່​ຮ່ວມ​ມື​ກັບກະ​ຊວງ​ການ​ຕ່າງ​ປະ​ເທດຢ່າງ​ແໜ້ນ​ແຟ້ນ ແລະ ບັນ​ດາ​ອົງ​ການ​​ທີ່ກ່ຽວ​ຂ້ອງ ຂອງ ຫວຽດ​ນາມ ໃນ​ການ​ກະ​ກຽມ​ໃຫ້​​ບັນ​ດາ​ການ​ຢ້ຽມ​ຢາມ ຂອງ ການນຳຂັ້ນ​ສູງ​ສອງ​ປະ​ເທດ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ສຳ​ຄັນ ຄື ຄະ​ນະ​ກຳ​ມະການ​ປະ​ສົມ ຫວຽດ​ນາມ - ກຳ​ປູ​ເຈຍ ແລະ ກອງ​ປະ​ຊຸມ​ຮ່ວມ​ມື ແລະ ພັດ​ທະ​ນາ ບັນ​ດາ ແຂວງ​ເຂດ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ. ພິ​ເສດ​ແມ່ນ ເລື່ອງ​ຈັດ​ຕັ້ງ​ພິທີສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກຳ​ປູ​ເຈຍ ຄົບ​ຮອບ 50 ປີ (24/6/1967 – 24/6/2017).

 

ຂ່າວ/ບົດ​ອື່ນ