ທ່ານລັດຖະມົນຕີ Hoang Tuan Anh ເຮັດວຽກກັບເຈົ້າຄອງນະຄອນເຂດການເງິນລອນດອນ

ທ່ານລັດຖະມົນຕີ Hoang Tuan Anh ເຮັດວຽກກັບເຈົ້າຄອງນະຄອນເຂດການເງິນລອນດອນ - ảnh 1
ທ່ານ​ລັດຖະມົນຕີ​ Hoang Tuan Anh
ແລະເຈົ້າ​ຄອງ​ນະຄອນ​ເຂດ​ການ​ເງິນ​ລອນ​ດອນ
( ພາບ: vietnamplus.vn )


( vovworld ) -    ​ໂດຍ​ໄດ້​ຮັບ​ຄຳ​ເຊື້​ອ​ເຊີນຂອງ​ເຈົ້າ​ຄອງ​ນະຄອນ​ເຂດ​ການ​ເງິນ​ລອນ​ດອນ ທ່ານ David Wootton, ຕອນ​ເຊົ້າ​ວັນ​ທີ 27/7, ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ  Hoang Tuan Anh ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ເຂດ​ການ​ເງິນ​​ລອນ​ດອນ. ທີ່​ການ​ເຮັດ​ວຽກ, ທ່ານ​ລັດຖະມົນຕີ Hoang Tuan Anh ​ໄດ້​ແນະນຳ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ງ​ຊ້ອນໃນ​ການ​ຮ່ວມ​ມື​ກໍ​ຄື​ບັນດາ​ໂຄງການ​ຢູ່​ຫວຽດນາມ ພວມ​ຮຽກຮ້ອງ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ໃນ​ບັນດາຂົງ​ເຂ​ດກິລາ, ທ່ອງ​ທ່ຽວ, ວັດທະນະທຳ ​ແລະ ພື້ນຖານ​ໂຄງ​ລ່າງ. ທ່ານ​ລັດຖະມົນຕີ Hoang Tuan Anh ​ໄດ້​ຮຽກຮ້ອງ​ບັນດາ​ນັກ​ລົງທຶນ ​ແລະ ບັນດາ​ນັກທຸລະກິດ​ອັງກິດ ຈົ່ງສືບ​ຕໍ່​ຊຸກຍູ້​ການ​ລົງທຶນ​ເຂົ້າ​ຫວຽດນາມ. ທ່ານ Wootton ​ໃຫ້​ຮູ້​ວ່າ, ມີ​ຫຼາຍ​ວິ​ສາ​ຫະກິດ​ອັງກິດ ປາດ​ຖະໜາ​ຢາ​ກລົງທຶນ​ເຂົ້າ​ຫວຽດນາມ ​ເພາະ​ນີ້​ຍັງ​ແມ່ນຕະຫຼາດ​ຍັງ​​ເປີດ​ປະ​ຕູ. ຂົງ​ເຂດ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ອັນ​ດັບ​ໜຶ່ງ​ຈາກບັນດາ​ວິ​ສາ​ຫະກິດ​ອັງກິດ​ ແມ່ນຂົງ​ເຂດທະນາຄານ, ການ​ເງິນ, ປະກັນ​ໄພ ​ແລະ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ການ​ເງິນ. ນອກຈາກ​ນັ້ນ, ບັນດາ​ບໍລິສັດ​ຂອງ​ອັງກິດ​ ກໍ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຂົງ​ເຂດ​ອື່ນ​ຄື​: ກິລາ, ທ່ອງ​ທ່ຽວ, ພັດ​ທະ​ນາ​ພື້ນຖານ​ໂຄງ​ລ່າງ, ​ເສັ້ນທາງ, ສ້າງ​ໂຮງໝໍ... ​ເຊິ່ງອັງກິດ ມີ​ທ່າ​ແຮງ​ກ່ຽວ​ກັບ​ດ້ານ​ທຶນຮອນ ​ແລະ ​ເຕັກນິກ.

ຂ່າວ/ບົດ​ອື່ນ